ແມ່ຍິງຊາວຍີ່ປຸ່ນ ທີ່ມີອາຍຸຫຼາຍທີ່ສຸດໃນໂລກເຖິງແກ່ມໍລະນະກຳແລ້ວດ້ວຍອາຍຸ 117 ປີ
ແມ່ຍິງຊາວຍີ່ປຸ່ນທີ່ມີອາຍຸຫຼາຍທີ່ສຸດໃນໂລກ
ເຖິງແກ່ມໍລະນະກຳແລ້ວ ໃນໄວ 117 ປີ ຫຼັງນອນຮັກສາໃນໂຮງໝໍມາດົນ
ສຳນັກຂ່າວຕ່າງປະເທດລາຍງານວ່າ
ນາງ ນາບິ ທາຈິມາ (Nabi Tajima) ແມ່ຍິງຊາວຍີ່ປຸ່ນເຊິ່ງເປັນແມ່ຍິງທີ່ມີອາຍຸຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດລົງແລ້ວ
ໃນອາຍຸ 117 ປີ ໃນຊ່ວງຕອນແລງ 21 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ທີ່ໂຮງໝໍເມືອງຄິຄາອິ
ຈັງຫວັດຄາໂກຊິມາ ເກາະຄິວຊູ ທາງຕອນໃຕ້ຂອງຍີ່ປຸ່ນ ຫຼັງຈາກນອນພັກຮັກສາໂຕໃນໂຮງໝໍມາດົນ
ຕັ້ງແຕ່ເດືອນ ມັງກອນ
ໂດຍນາງທາຈິມາເກີດເມື່ອວັນທີ
4 ສິງຫາ ປີ 1900 ມີລາຍງານວ່ານາງມີລູກຫຼານຈຳນວນຫຼາຍເຖິງ 160 ຄົນ
ລວມເຖິງເຫຼນໆຂອງນາງນຳ ແລະ ນາງໄດ້ຕຳແໜ່ງເປັນບຸກຄົນທີ່ມີອາຍຸຍືນທີ່ສຸດໃນໂລກ ເມື່ອ 7 ເດືອນກ່ອນໜ້າ
ຫຼັງຈາກການເສຍຊີວິດຂອງນາງ ໄວໂອເລັດ (Violet
Brown) ຊາວຈາເມກາ ເມື່ອເດືອນກັນຍາ 2017 ດ້ວຍອາຍຸ 117 ປີ