ຂອງເຂົາດີແທ້! ສາວຖືກລົດຕຳເຈັບໜັກ ແຕ່ອາຍໄລເນີ້ຍັງຕິດທົນ!!!
ໃນລະຫວ່າງກະແສການລີວິວສິນຄ້າທີ່ມັກຖືກຕັ້ງຄຳຖາມວ່າຜູ້ລີວິວໃຊ້ສິນຄ້າເອງຫຼືບໍ່ຫັ້ນ
ຜູ້ໃຊ້ທະວິດເຕີ້ @guadalahari ກຳລັງຊອກຫາອາຍໄລເນີ້ອັນໃໝ່ ແລະ ຫາລີວິວອ່ານ
ວ່າສິນຄ້າທີ່ນາງສົນໃຈດີຊ່ຳໃດ ຈົນໄປພົບກັບການລີວິວອາຍໄລເນີ້ລຸ້ນ Tattoo
Liner (ແທັດທູໄລເນີ້)
ຂອງຍີ່ຫໍ້ Kat Von D (ແຄັດ ວອນ ດີ)
ເພາະຜູ້ລີວິວເລົ່າປະສົບການຈາກໂຕຈິງທີ່ໄດ້ໃຊ້ແທັດທູ ໄລເນີ້ ໂດຍເປັນຮູບເຊວຟີ້ຜູ້ຍິງ
(ຜູ້ລີວິວສິນຄ້າ) ໃສ່ເຝືອກຢູ່ຄໍຂະນະນອນຢູ່ໃນລົດໂຮງໝໍ ທີ່ໃບໜ້າມີຮອຍບາດແຜຈາກອຸປະຕິເຫດ
ເຄື່ອງສຳອາງຢູ່ໜ້າຫຼຸດອອກໄຫຼຍ້ອຍໄປໝົດຍ້ອນນ້ຳຕາ ແຕ່ອາຍໄລເນີ້ຍັງຄົງຕິດ
ພ້ອມກັບໃຫ້ຄະແນນການລີວິວ 5 ດາວ
ມີຂໍ້ຄວາມລະບຸການລີວິວວ່າ ສິນຄ້ານີ້ເຮັດໃຫ້ປະຫຼາດໃຈຢ່າງສຸດໆ ເມື່ອວັນທີ່ 28
ເມສາ 2018 ຂ້ອຍໄດ້ຮັບການຊ່ວຍເຫຼືອອອກມາຈາກລົດທີ່ຈອດຢູ່ແຄມທາງກ່ອນຖືກນຳໂຕຂຶ້ນລົດໂຮງໝໍໄປຫ້ອງສຸກເສີນ
ເຊິ່ງຂ້ອຍໃຊ້ເວລາດົນເຖິງ 8 ຊົ່ວໂມງ ມາສຄາລາຂອງຂ້ອຍໄຫຼຍ້ອຍອອກຈົນໝົດຍ້ອນນ້ຳຕາ
ລວມເຖິງເຄື່ອງສຳອາງອື່ນໆ ກໍ່ອອກໝົດ ຍັງເຫຼືອແຕ່ອາຍໄລເນີ້ ແທັດທູນິແຫຼະ ທີ່ຍັງຕິດທົນນານ
ກ່ອນຊິລົງທ້າຍດ້ວຍ ຂ້ອຍບໍ່ເຄີຍຊື້ອາຍໄລເນີ້ລຸ້ນອື່ນເລີຍ