ແທ່ງປັ້ມແທງຊອດມື ຄົນງານຂໍສູ້ສຸດໃຈ ເປັນຫຍັງໄປບໍ່ໄດ້ ລູກສາວກຳລັງຊິມືນຕາເບິ່ງໂລກ


ຜູ້ສື່ຂ່າວລາຍງານ (28 ເມສາ) ເວລາປະມານ 15:30 ສະຖານີຕຳຫຼວດພູທອນມາບຕາພຸດ ຈັງຫວັດລະຍອງ ຮັບແຈ້ງເຫດຈາກກູ້ໄພມູນນິທິຫຼວງປູ່ທີມອິສຣິໂກ ມີເຫດຄົນງານໃນໂຮງງານແຫ່ງໜຶ່ງ ຕັ້ງຢູ່ ຖະໜົນເນີນພະນອມ ຕຳບົນມາບຕາພຸດ ອຳເພີເມືອງ ຈັງຫວັດລະຍອງຖືກເຄື່ອງຈັກທັບມື ໄດ້ຮັບບາດເຈັບສາຫັດ

ທີ່ເກີດເຫດເປັນໂຮງງານຜະລິດອາໄຫຼ່ແອບ້ານ ປູກສ້າງເປັນໂກດັງໃຫຍ່ ເນື້ອທີ່ກວ່າ 2 ໄຮ່ ພົບ ທ້າວສິຣິວັດ ອາຍຸ 17 ປີ ຄົນງານ ໄດ້ຮັບບາດເຈັບມືຊາຍຖືກເຄື່ອງຈັກທັບ ລະຫວ່າງນິ້ວຊີ້ແລະຫົວໂປ້ມື ມີເດືອຍຂະໜາດເສັ້ນຜ່າສູນກາງຂະໜາດ 2,54 ຊັງຕີແມັດ ສຽບຊອດຝາມືຊ້າຍ

ເຈົ້າໜ້າທີ່ມູນນິທິຫຼວງປູ່ທີມ ປະສານກູ້ໄພສະຫຍາມຮ່ວມໃຈປູ່ອິນ ນຳເຄື່ອງຕັດມາຊ່ວຍເຫຼືອ ໃຊ້ເວລາດົນເຖິງ 2 ຊົ່ວໂມງ ຍັງບໍ່ສາມາດຊ່ວຍເຫຼືອຄົນເຈັບໄດ້ ທາງແພດຂອງໂຮງໝໍສະເຫຼີມກຽດສົມເດັດພະເທບຣັດຊະສຸດາສະຫຍາມບະຣົມມະລາດຊະກຸມາຣີລະຍອງ ຕ້ອງໃຊ້ອົກຊີແຊນຊ່ວຍເຫຼືອ ເນື່ອງຈາກຜູ້ບາດເຈັບມີອາການອ່ອນເພຍ

ຂະນະດຽວກັນເຈົ້າໜ້າທີ່ກູ້ໄພໄດ້ພະຍາຍາມງະເຄື່ອງຈັກອອກອີກເທື່ອ ພ້ອມດຽວກັນກັບປັບເຊັນເຊີ້ທີ່ໂຕເຄື່ອງຈົນຮອດເວລາ 16:45 ສາມາດເອົາມືເບື້ອງຊ້າຍອອກມາໄດ້ ຈາກນັ້ນກໍ່ໄດ້ນຳໂຕຜູ້ບາດເຈັບສົ່ງໂຮງໝໍເຂົ້າຮັກສາທັນທີ

ຈາກການກວດສອບທ້າວສິຣິວັດ ຜູ້ບາດເຈັບເຊິ່ງສະຕິຍັງດີຢູ່ ກ່າວວ່າ ຂະນະທີ່ກຳລັງຈະປ້ຳທໍ່ແອ ເຊັນເຊີ້ເຄື່ອງຈັດກໍ່ບໍ່ເຮັດວຽກ ເຊິ່ງທໍ່ທີ່ປ້ຳກຳລັງອອກມາ ເປັນຈັງຫວະພຽງແຕ່ສ້ຽວວິນາທີ ເດືອຍທີ່ຢູ່ແທ່ງປ້ຳໄດ້ແທງຊອດຝາມືທັນທີ ເຊິ່ງໃນຂະນະນັ້ນມີຄວາມເຈັບປວດໃນຊ່ວງທຳອິດແລະມືກໍ່ເລີ່ມຊາ ອາການຄືຊິເປັນລົມ ໃນໃຈບໍ່ຄິດຫຍັງ ຄິດພຽງແຕ່ວ່າຕ້ອງຢູ່ລອດ ຕ້ອງປອດໄພ ເພາະເມຍກຳລັງຈະກຳເນີດລູກໃນເດືອນໜ້າ
Powered by Blogger.