ຮູ້ຈັກກັບ Intel Core i9 ຊິບເພື່ອການຫຼິ້ນເກມແລະຄຣີເອທີບໂດຍສະເພາະ




ເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວສຳຫຼັບ Intel Core i9 ຊິບປະມວນຜົນລຸ້ນໃໝ່ລ່າສຸດສຳລັບແລັບທ໋ອບ ເຊິ່ງເປັນຊິບທີ່ Intel ບອກວ່າມີປະສິດທິພາບສູງທີ່ສຸດເທົ່າທີ່ເຄີຍພັດທະນາມາ

ລຸ້ນທ໋ອບສຸດຈະຢູ່ລະຫັດທີ່ເອີ້ນວ່າ Intel Core i9-8950HK ລຸ້ນທີ່ 8 ໄດ້ຮັບການອອກແບບມາເພື່ອປະສິດທິພາບການເຮັດວຽກສູງ ໂດຍເປັນໂປເຊສເຊີ້ແບບໂມບາຍລຸ້ນທຳອິດຂອງ Intel ທີ່ມີ 6 ແກນ ແລະ 12 ເຖດ ມາພ້ອມໂຕເລັ່ງຄວາມໄວ Intel Thermal Velocity Boost (TVB) ໃໝ່ ເຊິ່ງຫາໂອກາດປັບເພີ່ມຄວາມຖີ່ຂອງການເຕັ້ນຂອງເຂັມໂມງໄດ້ສູງສຸດເຖິງ 200MHz ໂດຍອັດຕະໂນມັດ ຫາກອຸນຫະພູມຂອງໂປເຊສເຊີ້ຕ່ຳພໍແລະພະລັງເທີໂບຍັງມີເຫຼືອ ນັ້ນໝາຍເຖິງຄວາມຖີ່ເທີໂບສາມາດສຸງເຖິງ 4.8 GHz


Intel Core i9 ຖືເປັນຊິບໃນເຈນເນີເຣຊັ້ນ (ລຸ້ນ) 8 ທີ່ຍັງແບ່ງອອກເປັນ i7 ແລະ i5 ສ້າງຢູ່ເທິງແພລດຟອມ Coffee Lake ແລະ ໃຊ້ປະໂຫຍດຈາກເຕັກໂນໂລຍີລະດັບ 14nm++ ເມື່ອຫຼິ້ນເກມ ຈຶ່ງສະແດງພາບຕໍ່ວິນາທີໄດ້ຫຼາຍຂຶ້ນເຖິງຮ້ອຍລະ 41 ຫຼື ຕັດຕໍ່ວີດີໂອຂະໜາດ 4K ໄດ້ໄວ້ເຖີງຮ້ອຍລະ 59 ເມື່ອທຽບກັບລຸ້ນກ່ອນໆ ດ້ວຍຄຸນນະພາບກຣາບຟິກລະດັບດຽວກັນ ເໝາະສຳຫຼັບການຫຼິ້ນເກມ ການສ້າງສັນຄັອນເທນໃໝ່ໆ ຫຼື ກຣາບຟິກທີ່ມີຄວາມຫຼາກຫຼາຍແລະສົມຈິງ

ຕະກຸນ Intel Core ລຸ້ນ 8 ເປັນແພລດຟອມໂມບາຍທີ່ມີປະສິດທິພາບສຳຫຼັບຜູ້ສ້າງສັນຄັອນເທນ ນອກຈາກນີ້ປະສິດທິພາບຂອງໂປເຊສເຊີ້ໃນຕະກູນໂມບາຍ Intel Core ລຸ້ນ 8 ທັງແບບເຖດດຽວແລະ ຫຼາຍເຖດຊ່ວຍໃຫ້ຜູ້ໃຊ້ສາມາດເພີດເພີນໄປກັບຄັອນເທນຄຸນນະພາບສູງຂອງເຕັກໂນໂລຍີສົມຈິງ (VR) ຫຼືປະສົບການ Windows Mixed Reality Ultra ໄດ້ຢ່າງສະບາຍ ບໍ່ມີຕິດຂັດ

ໂປເຊສເຊີ້ປະສິດທິພາບສູງໃນຕະກູນໂມບາຍ Intel Core ລຸ້ນທີ 8 ຍັງເພີ່ມຊິບເຊັດໃໝ່ Intel 300 Series ທີ່ມີ Gigabit WI-FI ໃນໂຕ ເພື່ອການເຊື່ອມຕໍ່ທີ່ໄວກວ່າມາດຕະຖານ 2×2 802.11AC 80MHz (867 Mbps) 3 ຫາ 2 ເທົ່າ

ນອກຈາກ Intel Core i9 ທີ່ຫາກໍ່ເປີດໂຕແລ້ວ Intel ຍັງຂະຫຍາຍແພລດຟອມ Intel Core ເປັນການໂຮມເອົາຄຸນສົມບັດເດັ່ນຂອງຊິບ Intel Core ເຈນ 8 ແລະ ເຕັກໂນໂລຍີໜ່ວຍຄວາມຈຳ Intel Optane ເຂົ້າໄປນຳກັນ ການໂຮມລະຫວ່າງພະລິດຕະພັນໃນກຸ່ມຊີພີຢູ ແລະ ຊິບເຊັດປະສິດທິພາບສູງສຳຫຼັບເດສທ໋ອບ ອີກຍັງໃຊ້ເຕັກໂນໂລຍີແພລດຟອມ Intel Core vPro ເຈນ 8 ໃໝ່ຮ່ວມກັນອີກດ້ວຍ

ເຕັກໂນໂລຍີໜ່ວຍຄວາມຈຳ Intel Optane ເປັນໂຕເລັ່ງລະບົບອັດສະລິຍະປັບປ່ຽນໄດ້ສຳຫຼັບແພລດຟອມໂມບາຍ ແລະ ເດສທ໋ອບທີ່ຊ່ວຍເພີ່ມປະສິດທິພາບ ແລະ ການຕອບສະໜອງຂອງເຕັກໂນໂລຍີຈັດເກັບແບບ SATA ໂດຍລົດຄວາມຈຸໃນການຈັດເກັບຂໍ້ມູນ ໂດຍປັດຈຸບັນມີການນຳ Intel Optane ມາໃຊ້ເທິງ Intel Core ເຈນ 8 ທັ້ງແພລດຟອມແບບໂມບາຍແລະເດສທ໋ອບ

ນອກຈາກນີ້ Intel ຍັງເປີດໂຕຟີເຈີ້ໃໝ່ Data Drive Acceleration ທີ່ເລັ່ງການເຮັດວຽກຂອງ Drive ຖານຂໍ້ມູນ SDD ຂະໜາດໃຫຍ່ ອົງປະກອບອັນຊົງພະລັງທັງຄູ່ຊ່ວຍໃຫ້ໂຫຼດເກມໄດ້ໄວຂຶ້ນ 4.7 ເທົ່າ ແລະ ໂຫຼດມີເດຍໄດ້ໄວຂຶ້ນ 1.7 ເທົ່າ
Powered by Blogger.