ແພດເຕືອນໂລກ"ໂນໂມໂຟເບຍ"ລະບາດ ສົ່ງຜົນເຮັດໃຫ້ອາລົມປັ່ນປ່ວນ-ສາຍຕາມີປັນຫາ


ແພດເຕືອນໂລກໂນໂມໂຟເບຍ ຫຼື ຕິດໂທລະສັບກຳລັງລະບາດ ຝາກເຕືອນປະຊາຊົນໃຊ້ໂທລະສັບຢ່າງມີສະຕິ ເພາະຈະສົ່ງຜົນເຮັດໃຫ້ອາລົມປັ່ນປ່ວນ ແລະ ມີປັນຫາສຸຂະພາບຕາມມາ


ຈາກພຶດຕິກຳການໃຊ້ໂທລະສັບມືຖື ຂອງປະຊາຊົນໃນປັດຈຸບັນ ຈົນເຖິງຂັ້ນເສບຕິດ ຊະນິດທີ່ບໍ່ສາມາດໃຫ້ໂທລະສັບຫ່າງໂຕໄດ້ນັ້ນ ທາງການແພດພິສູດວ່າ ອາດຈະເຂົ້າທາງໂລກ"ໂນໂມ ໂຟເບຍ" ຫຼື ໂລກຕິດໂທລະສັບມືຖື


ລ່າສຸດນັກຂ່າວທາງຝັ່ງໄທໄດ້ສອບຖາມນາຍແພດ ສິດທາ ລິຂິດນຸກູນ ແພດສັງຄົມສື່ສານເພື່ອຄຸນນະທຳ ຢັ້ງຢືນວ່າໃນຊ່ວງ 5 ປິທີ່ຜ່ານມາ ເກີດພຶດຕິກຳເສບຕິດໂທລະສັບມືຖືແທ້ ຈະມີອາການຄ້າຍຄືກັບການຕິດຢາເສບຕິດຄືຖ້າບໍ່ໄດ້ກວດເບິ່ງໂລກໂຊຊ້ຽວຜ່ານໂທລະສັບ ບໍ່ໄດ້ຄັອມເມັ້ນທ໌ໃນໂຊຊ້ຽວ ຫຼື ບໍ່ໄດ້ຕອບຂໍ້ຄວາມແຊັດ ຈະມີອາການສະແດງຄວາມບໍ່ພໍໃຈອອກມາຢ່າງຊັດເຈນ


ນອກຈາກອາການທາງອາລົມທີ່ມັນປັ່ນປ່ວນແລ້ວ ຍັງພົບເຫັນວ່າສົ່ງຜົນຕໍ່ສຸຂະພາບຮ່າງກາຍໂດຍສະເພາະສາຍຕາ ທີ່ຈະມີທັງຕາແຫ້ງ, ຟາງ, ມົວ ແລະ ຍັງປວດຄໍ ເນື່ອງຈາກກົ້ມຫຼິ້ນໂທລະສັບເປັນເວລາດົນ ລວມເຖິງມີອາການຕຶງຄຽດຈາກການຫວັງຍອດໄລຄ໌, ຄັອມເມັ້ນທ໌ ແລະ ກົດແຊຣ໌

ນາຍແພດສິດທາ ຍັງເຕືອນໃຫ້ຜູ້ທີ່ໃກ້ມີອາການດັ່ງກ່າວໃຫ້ຟ້າວບຳບັດໂຕເອງ ວາງໂທລະສັບ ແລະ ຫັນໜ້າລົມກັບຄອບຄົວ, ໝູ່ ຫຼື ໄປຫຼິ້ນບ່ອນຕ່າງໆ ເພື່ອປ້ອງກັນການຕິດໂທລະສັບດັ່ງກ່າວ
Powered by Blogger.