ແມ່ຊາວອິນເດຍຄາແຕ່ເຊວຟີ້ ເຮັດລູກນ້ອຍໄວ 10 ເດືອນຫຼຸດມື ຕົກຂັ້ນໄດເລື່ອນ ຕາຍ!



ເກີດເຫດເສົ້າສະຫຼົດໃຈທີ່ປະເທດອິນເດຍ ແມ່ອຸ້ມແອນ້ອຍແຕ່ເຮັດຫຼຸດຈາກອ້ອມແຂນ ໃນຂະນະທີ່ນາງກຳລັງຖ່າຍຮູບເຊວຟີ້ກັບຜົວຂະນະທີ່ຂຶ້ນຂັ້ນໄດເລື່ອນ ເຮັດໃຫ້ແອນ້ອຍຫຼຸດມື ຕົກຈາກຂັ້ນໄດເລື່ອນຕົກກະທົບພື້ນເສຍຊີວິດ

ສຳນັກງານຊ່າວຕ່າງປະເທດລາຍງາຍວ່າ ຊາຍຍິງຄູ່ໜຶ່ງ ພາລູກສາວໄວ 10 ເດືອນໄປຊື້ເຄື່ອງທີ່ຫ້າງສັບພະສິນຄ້າແຫ່ງໜຶ່ງໃນເມືອງຊຣີກັນກະນາກາ ໃນຣັດປັນຈາບ ທາງຕາເວັນຕົກສຽງເໜືອຂອງອິນເດຍ ເມື່ອວັນທີ່ 10 ພຶດສະພາທີ່ຜ່ານມານີ້ ແຕ່ໃນຂະນະທີ່ພວກເຂົາກຳລັງຍ່າງຂຶ້ນຂັ້ນໄດເລື່ອນ ທັງຄູ່ຕັດສິນໃຈຖ່າຍຮູບເຊວຟີ້ ແຕ່ຜູ້ເປັນແມ່ກັບເສຍຫຼັກ ເຮັດລູກຫຼຸດມືຕົກລົງມາ 3 ຊັ້ນ ແລະ ກະທົບໃສ່ພື້ນຈົນເສຍຊີວິດ ໂດຍເຫດການທັງໝົດກ້ອງວົງຈອນປິດສາມາດບັນທຶກເອົາພາບເຫດການເອົາໄວ້ໄດ້


ຂະນະທີ່ພະຍານຜູ້ເຫັນເຫດການບອກກັບສື່ວ່າ ຊາຍຍິງຕູ່ນີ້ຖ່າຍຮູບເຊວຟີ້ ຫຼັງຈາກຍ່າງຂຶ້ນຂັ້ນໄດເລື່ອນ ແຕ່ຝ່າຍຍິງເກີດເສຍຫຼັກຂະນະຕຽມໂຕຖ່າຍຮູບ ເຮັດໃຫ້ເປັນຈັງຫວະດຽວກັນກັບທີ່ເຮັດລູກນ້ອຍຕົກອອກຈາກອ້ອມແຂນ

ໂຄສົກຕຳຫຼວດບອກວ່າ ນີ້ເປັນອຸປະຕິເຫດຢ່າງຊັດເຈນ ແລະ ພວກເຂົາກຳລັງສືບສວນຫາຂໍ້ແທ້ຈິງຂອງຄະດີນິ້ ເຖິງວ່າຄອບຄົວຂອງເດັກບໍ່ຕິດໃຈກັບການເສຍຊີວິດເທື່ອນີ້ກໍ່ຕາມ

Powered by Blogger.