ພົບເປັນສົບ! ຄົນຂັບລົດແທັກຊີ້ໂດດນ້ຳຕາຍເພື່ອຫນີຄວາມຜິດ ຫລັງກໍ່ເຫດຂ້າຂົ່ມຂືນຜູ້ໂດຍສານສາວ



ວັນທີ 12 ພຶດສະພາ ໃນເວັບໄຊທ໌ ຊ່ຽງໄຮ້ອິດ ຂອງຈີນລາຍງານຄວາມຄືບໜ້າຄະດີຄົນຂັບລົດແທັກຊີ້ ຕີຕີ ຜູ້ບໍລິການລົດແທັກຊີ່ລາຍໃຫຍ່ຂອງຈີນ ກໍ່ເຫດຄາດຕະກຳສາວ ລ່າສຸດເຈົ້າໜ້າທີ່ພົບຄົນຂັບລົດແທັກຊີ້ກາຍເປັນສົບແລ້ວໃນແມ່ນ້ຳ

ເຫດການດັ່ງກ່າວເກີດຂື້ນເມື່ອຊ່ວງຫົວຄ່ຳວັນທີ່ 5 ພຶດສະພາ ເມຶ່ອນາງຫລີ່ອາຍຸ 21 ປີ ສາວບໍລິການສາຍການບີນ ລັກກີ້ ລາວໄດ້ເອີ້ນລົດແທັກຊີ້ຜ່ານແອັບພິເຄຊັ້ນ ຕີຕີ ເພື່ອທີ່ຈະກັບບ້ານຈາກເດີ່ນບິນເມືອງເຈິ້ງໂຈ ປະເທດຈີນ ແຕ່ສຸດທ້າຍ ນາງຫລີ່ ກັບບໍ່ຮອດເຮືອນ. ໝູ່ຂອງສາວບໍລິການສາຍການບິນເຜີຍແຜ່ພາບແຄັບໜ້າຈໍຂໍ້ຄວາມສົນທະນາກັບນາງຫລີ່ ໂດຍນາງຫລີ່ບອກວ່າຖືກຄົນຂັບລົດແທັກຊີ້ເວົ້າຈາບໍ່ສຸພາບແລະຕ້ອງການຢາກຈູບໝູ່ຈຶ່ງຂໍຮ້ອງໃຫ້ນາງຫລີ່ລົງມາຈາກລົດ ແຕ່ນາງຫລີ່ກັບບອກວ່າບໍ່ເປັນຫຍັງດອກ ແລະຄືນນັ້ນໝູ່ກໍ່ບໍ່ໄດ້ຮັບການຕິດຕໍ່ຈາກນາງຫລີ່ອີກເລີຍ


ພໍ່ແມ່ຂອງນາງຫລີ່ກໍ່ບໍ່ສາມາດຕິດຕໍ່ຫາລູກສາວໄດ້ ຈຶ່ງໄປແຈ້ງຕຳຫລວດຫລັງຈາກນັ້ນ 2 ມື້ ຈົນກະທັ້ງພົບລູກສາວເປັນສົບໃນສະພາບເປືອຍກາຍເຄິ່ງໂຕແລະພົບບາດແຜເປັນຈຳນວນຫລາຍ

ຕຳຫລວດເມືອງເຈີ່ງໂຈບອກວ່າ ຄົນຂັບລົດແທັກຊີ້ໃຊ້ອາວຸດປືນຍິງ ຈາກການກວດສອບກອງວົງຈອນປິດພົບວ່າ ຄົນຂັບລົດແທັກຊີ້ໄດ້ຖີ້ມລົດແລ້ວໂດດລົງແມ່ນ້ຳຫລັງກໍ່ເຫດຂ້ານາງຫລີ່


ຕີຕີ ຊູສິງ ກ້າວຂໍໂທດຕໍ່ການເສຍຊີວິດຂອງຜູ້ໂດຍສານຍິງໂດຍເວົ້າວ່າ ເປັນຄວາມຮັບຜິດຊອບທີ່ບໍ່ສາມາດປະຕິເສດໄດ້ແລະຕ້ອງການຄວາມຮຽກຮ້ອງຄວາມເຊື່ອໝັ້ນຂອງລູກຄ້າກັບຄືນມາ ຂະນະນີ້ຢູ່ລະຫວ່າງເຮັດວຽກກັບຕຳຫລວດເພື່ອຕິດຕາມຫາຜູ້ກໍເຫດແລະໃຫ້ຄຳໜັ້ນວ່າຈະກວດສອບມາດຕະຖານແລະຂັ້ນຕອນເພື່ອຮັບປະກັນວ່າຈະບໍ່ໃຫ້ເກີດເຫດການແບບນິຂື້ນອີກ


ນອກຈາກນີ້ ຕີຕີ ຊູສິງ ປະກາດມອບເງີນລາງວັນ 1 ລ້ານຢວນ ສຳສັບຜູ້ແຈ້ງຂ່າວຈັບກຸ່ມຄົນຂັບລົດແທັກຊີ້ຮູ້ຊື່ວ່າ ທ້າວຫລິວ ເຈິ້ນຫົວ ເມື່ອເວລາ 20:30 ໂມງ ວັນທີ 11 ພຶດສະພາ ໜ່ວຍກູ້ໄພດຳນ້ຳຄົ້ນຫາສົບຂອງຜູ້ຕ້ອງສົງໃສໃນແມ່ນ້ຳຈາກຜົນກວດສາຍພັນທຸກຳ (ດີເອັນເອ) ຢຶນຢັນໃນເວລາຕໍ່ມາວ່າຕົງກັບທ້າວຫລິວ

ຕີຕີ ຊູສິງ ຊີ້ແຈ້ງວ່າ ທ້າວຫລິວ ເຈິ້ນຫົວ ບໍ່ໄດ້ລົງທະບຽນເປັນຄົນຂັບລົດແທັກຊີ້ຂອງບໍລິສັດ ແຕ່ພໍ່ຂອງທ້າວຫລິວເປັນທ້າວຫລິວສາມາດໃຊ້ບັນຊີຂອງພໍ່ໄດ້ ເຊິ່ງຈະໃຊ້ລະບົບຈື່ໜ້າກ່ອນເລີ້ມສະຕາດລົດແທັກຊີ່ ແຕ່ລະບົບດັ້ງກ່າວເກີດມີບັນຫາໃນມື້ນັ້ນ ເຮັດໃຫ້ທ້າວຫລິວສາມາດຂັບລົດແທັກຊີ້ໄດ້ ນອກຈາກນັ້ນ ບັນຊີຂອງພໍ່ທ້າວຫລິວຍັງໄດ້ຮັບການຮຽກຮ້ອງມາວ່າມີປະຫວັດຂ້າຂົ່ມຂືນນາງຫລີ່ອີກດ້ວຍ

Powered by Blogger.