ເກີດພາຍຸຝຸ່ນທີ່ອິນເດຍ ເສຍຊີວິດແລ້ວ 100 ປາຍຄົນ
ມີຜູ້ເສຍຊີິວິດແລ້ວຢ່າງໜ້ອຍ 109 ຄົນ ແລະ
ບາດເຈັບອີກຫຼາຍລາຍຈາກເຫດການພາຍຸຝຸ່ນຂະໜາດໃຫຍ່ ປົກຄຸມທາງຕອນເໜືອຂອງອິນເດຍ
ວັນທີ່ 4 ພຶດສະພາ ສື່ຕ່າງປະເທດລາຍງານວ່າເກີດເຫດພາຍຸຝຸ່ນຂະໜາດໃຫຍ່ ແລະ ຟ້າຜ່າທີ່ຣັດອຸດຕອນປະເທດ
ລາດສະຖານ ແລະ ປັນຈາບ ທາງຕອນເໜືອຂອງອິນເດຍ ເມື່ອວັນພຸດທີ່ຜ່ານມາ
ສົ່ງຜົນໃຫ້ບ້ານເຮືອນພັງເພເສຍຫາຍ ຕົ້ນໄມ້ແລະເສົາໄຟຫັກເປັນຈຳນວນຫຼາຍແລະ ສັດລົ້ມຕາຍເປັນຈຳນວນຫຼາຍ
ໂດຍມີຜູ້ເສຍຊີວິດແລ້ວ 109 ຄົນ ແລະບາດເຈັບ 200 ຄົນໂດຍຜູ້ເສຍຊີວິດສ່ວນຫຼາຍແມ່ນຍ້ອນບ້ານເຮືອນອາຄານຖະລົ່ມ
ໃນຕອນທີ່ພວກເຂົາກຳລັງນອນຫຼັບຢູ່
ພາຍຸຝຸ່ນກໍຍັງໄດ້ພັດຖະລົ່ມເມືອງນິວເດລີ ເມືອງຫຼວງຂອງອິນເດຍທີ່ຢູ່ຫ່າງອອກໄປ
100 ກິໂລແມັດ ໃນຊ່ວງຄຳຂອງມື້ດຽວກັນ ໂດຍພາຍຸດັ່ງກ່າວສົ່ງຜົນໃຫ້ມີຝົນຕົກໜັກໃນເມືອງ
ທາງດ້ານກົມອຸຕຸກໍ່ໄດ້ລະບຸວ່າພາຍຸລູກນີ້ຈະກະຈາຍໂຕອອກເປັນວົງກວ້າງກ່ອນອາທິດນີ້
