ຕາຍຄົນດຽວຫຼອນທັງໝູ່ບ້ານ!!! ລຸງຄິດສັ້ນແຂວນຄໍສົບໂຜ່ອອກປ່ອງຢ້ຽມ
ລຸງເມືອງເຖີນລຳປາງແຂວນຄໍຕາຍປິດສະໜາໃນເຮືອນ
ສົ່ງກີ່ນເໝັນເນົ່າຈົນຕ້ອງອອກຊອກຫາຕົ້ນຕໍຈົນພົບສົບສຸດຫຼອນ ລອດຊ່ອງປ່ອງຢ້ຽມ
ຊາວບ້ານຢ້ານໝົດໝູ່ບ້ານ
4 ພຶດສະພາ
ຮ້ອຍຕຳຫຼວດເອກ ອຸດົມ ຕາໃຈ ຮ້ອຍເວນສອບສວນ ສພ ເຖີນ ຈັງຫວັດລຳປາງ
ໄດ້ຮັບແຈ້ງຈາກນາຍບ້ານໝູ່ 5 ບ້ານເຫຼົ່າຫຼວງ ອຳເພີ ເຖີນ ຈັງຫວັດລຳປາງ
ວ່າມີຄົນແຂວນຄໍຕາຍ ໂດຍບໍ່ຮູ້ສາເຫດ ຈຶ່ງປະສານງານໜ່ວຍກູ້ໄພເທດສະບານເມືອງລ້ອມແຣດ ແລະ
ກູ້ໄພເທດສະບານເຖີນບຸລີ ມາທີ່ເກີດເຫດ
ຈາກການກວດສອບພົບຊາຍໄທ
ເສຍຊີວິດເພາະແຂວນຄໍໃສ່ຂື່ເຮືອນ ຄາດວ່າເສຍຊີວິດມາແລ້ວຫຼາຍມື້
ເນື່ອງຈາກພັກຢູ່ຄົນດຽວຕາມລຳພັງ ຮູ້ຊື່ແມ່ນ ທ້າວມົງຄຸນ ອາຍຸ 52 ປີ
ຂະນະທີ່ຄົນຂ້າງບ້ານໃກ້ຄຽງກັນ ເປີດເຜີຍວ່າ 1-2 ມື້ທີ່ຜ່ານມານີ້ ໄດ້ກີ່ນເໝັນໆແບບຜິດປົກກະຕິ
ຄ້າຍກັບສັດເນົ່າຕາຍ ແຕ່ກໍ່ບໍ່ຄິດວ່າຈະເກີດເຫດຮ້າຍ ຈຶ່ງໄດ້ແຈ້ງນາຍບ້ານກວດສອບ
ກ່ອນທີ່ເດີນທາງເຂົ້າໄປກວດເບິ່ງບໍລິເວນເຮືອນດັ່ງກ່າວ
ບໍລິເວນກ້ອງຕາລ່າງເຮືອນພົບເຫັນຮອຍເລືອດ ແລະ ນ້ຳເຫຼືອງໄຫຼນອງເຕັມພື້ນເຮືອນ
ເມື່ອເງີຍໜ້າຊອກຫາກໍ່ຕ້ອງຕົກໃຈກັບພາບທີ່ເຫັນຄືພົບສົບຢູ່ບ່ອນປ່ອງຢ້ຽມພໍດີ
ຈຶ່ງໄດ້ຂຶ້ນໄປກວດສອບທີ່ຊັ້ນເທິງຂອງເຮືອນ
ກ່ອນຈະພົບສົບທີ່ຢູ່ໃນສະພາບອືດເພາະເສຍຊີວິດມາຫຼາຍມື້ແລ້ວ
ຢ່າງໃດກໍ່ຕາມ
ເບື້ອງຕົ້ນຮູ້ແຕ່ວ່າຜູ້ຕາຍມັກກິນເຫຼົ້າເປັນປະຈຳ ອາໄສຢູ່ຄົນດຽວກັບໝາໂຕໜຶ່ງ
ແຕ່ຍັງບໍ່ຮູ້ເຖິງແຮງຈູງໃຈໃນການກໍ່ເຫດທີ່ເກີດຂຶ້ນວ່າເກີດຂຶ້ນຍ້ອນສາເຫດໃດ
ເຖິງໄດ້ຕັດສິນໃຈລາໂລກໄປ
ທັງນີ້ເຫດການດັ່ງກ່າວໄດ້ສ້າງຄວາມຫົດຫູ່ແລະໜ້າຢ້ານໃຫ້ແກ່ຊາວບ້ານ
ເພາະບໍລິເວນດັ່ງກ່າວເປັນຈຸດທີ່ຊາວບ້ານຕ້ອງສັນຈອນຜ່ານໄປມາທຸກມື້ ແລະ
ສາມາດແນມເຫັນປ່ອງຢ້ຽມເທິງເຮືອນ ຈຸດທີ່ຜູ້ຕາຍແຂວນຄໍຕາຍຢູ່ຫັ້ນພໍດີ
ເຮັດໃຫ້ບໍ່ມີຄົນກ້າຜ່ານເວລາກາງຄືນ
