ສາດສະດາຈານຊື່ດັງໄວ 104 ປີ ຈົບຊີວິດທີ່ຄລີນິກຂ້າໂຕຕາຍໃນສະວິດແລ້ວ



ສາດສະດາຈານ ເດວິດ ກູ້ດອໍລ໌ ເສຍຊີວິດຢ່າງສະຫງົບແລ້ວໃນໄວ 104 ປີ ຫຼັງໄປສະວິດສະແລນເພື່ອໃຫ້ແພດກະທຳການປິດຊີວິດໃຫ້

ສຳນັກງານຂ່າວຕ່າງປະເທດລາຍງານວ່າ ສາດສະດາຈານ ເດວິດ ກູ້ດອໍລ໌ ນັກເສດຖະສາດ ແລະ ນັກພຶກສາສາດຊາວອົດເຕລີເຊື້ອສາຍອັງກິດໄວ 104 ປີ ເສຍຊີວິດຢ່າງສະຫງົບແລ້ວ ຫຼັງຕັດສິນໃຈໃຫ້ແພດຂອງຄລີນິກແຫ່ງໜຶ່ງໃນປະເທດສະວິດສະແລນ ກະທຳການປິດຊີວິດໃຫ້ກັບລາວ

ທ່ານ ຟີລິບ ນິດເກ ຜູ້ກໍ່ຕັ້ງ “ເອັກຊິດ ອິນເທີເນຊັນນອລ” ເຊິ່ງໃຫ້ຄວາມຊ່ວຍເຫຼືອຜູ້ທີ່ຕ້ອງການຈົບຊີວິດໂຕເອງເຜີຍວ່າ ສ.ກູ້ດອໍລ໌ ເສຍຊີວິດຢ່າງສະຫງົບເວລາ 12:30 ວັນພະຫັດທີ່ 10 ພຶດສະພາ ຕາມເວລາທ້ອງຖິ່ນທີ່ຄລີນິກ “ໄລຟ໌ ເຊີເຄີນ” ໃນເມືອງບາເຊີນ ໂດຍອາຫານຄາບສຸດທ້າຍຂອງລາວແມ່ນ ປາ ມັນຝຣັ່ງທອດ ກັບຊີສເຄັກທີ່ລາວມັກ ແລະຟັງບົດເພງ “Ode to joy” ຈາກຊິມໂຟນີໝາຍເລກ 9 ຂອງບີໂທເຟັນກ່ອນຈະສິ້ນໃຈດ້ວຍຢາ ເນມບູທັລ (Nembutal)

ສ.ກູ້ດອໍລ໌ສັ່ງເສຍໄວ້ພ້ອມວ່າ ບໍ່ຕ້ອງຈັດພິທີສົບໃຫ້ລາວ ແລະ ຂໍບໍລິຈາກຮ່າງຫາຍໃຫ້ກັບການແພດ ຫຼື ນຳເຖົ່າກະດູກຂອງລາວໄປໂຮຍໄວ້ພື້ນທີ່ແຖວນີ້ພ້ອມ

ທັງນີ້ ສ.ກູ້ດອໍລ໌ ຜູ້ທີ່ໄດ້ຊື່ວ່າເປັນນັກວິທະຍາສາດທີ່ອາຍຸສູງທີ່ສຸດທີ່ຍັງສາມາດເຮັດວຽກໄດ້ໃນປະເທດອົສເຕລີ ບໍ່ໄດ້ປ່ວຍຫຼືເປັນໂລກຫຍັງ ແຕ່ລາວທົນບໍ່ໄດ້ກັບຄຸນນະພາບການໃຊ້ຊີວິດເສື່ອມຖອຍລົງ ໂດຍຮູ້ສຶກເສຍໃຈທີ່ມີຊີວິດຢູ່ມາຈົນເຖີງປານນີ້ ແລະ ຍັງບໍ່ຢາກກາຍເປັນຄົນປ່ວຍໜັກຈົນຕາຍໃນທີ່ສຸດ ຈຶ່ງຕັດສິນໃຈຈົບຊີວິດໂຕເອງຂະນະທີ່ຍັງມີຄຸນນະພາບຊີວິດທີ່ດີີຢູ່



Powered by Blogger.