ຂ້າຍົກຄົວ 7 ສົບ ສະເທືອນຂວັນສຸດໃນຮອບ 22 ປີຂອງອົສເຕລີ
ເກີດເຫດຄະດີຄາດຕະກຳ 7 ສົບ ໃນຊົນນະບົດອົສເຕລີ
ຄາດວ່າອາດເປັນການຄາດຕະກຳແລະຂ້າໂຕຕາຍນັບເປັນເຫດສະຫຼົດ ສະເທືອນຂວັນທີ່ສຸດໃນຮອບ 22 ປີ
ມື້ນີ້ 11 ພຶດສະພາ ເກີດເຫດຄາດຕະກຳ 7 ສົບ ໂດຍເປັນເດັກນ້ອຍ 4 ສົບ ແລະ ຜູ້ໃຫຍ່ອີກ
3 ສົບ ບໍລິເວນບ້ານ ກາງພື້ນທີ່ຊົນນະບົດ ໃກ້ແມ່ນ້ຳມາກາເຣັດ ທີ່ເມືອງອອສມິງຕັນ ຣັດເວສເທິນອົສເຕລີ
ທາງຕອນໃຕ້ຂອງເມືອງເພີດ ໄປ 280 ກິໂລແມັດ
ຄຣິສ ຕໍສັນ ຜບ ຕລ ຣັດເວສເທິນອົສເຕລີໄດ້ຮັບແຈ້ງເຫດດັ່ງກ່າວຈາກຊາຍຄົນໜຶ່ງເວລາ
05:15 ຂອງວັນທີ່ 11 ພຶດສະພາ ເມື່ອເດີນທາງໄປບ່ອນເກີດເຫດພົບວ່າ
ທີ່ນອກບ້ານພົບສົບຜູ້ໃຫຍ່ ສອງສົບ ພາຍໃນເຮືອນພົບອີກ 5 ສົບແລະປືນ 2 ບອກ
ເຈົ້າໜ້າທີ່ຕຳຫຼວດສັນນິຖານວ່າ ອາດເປັນການຄາດຕະກຳແລະຍິງໂຕຕາຍຕາມ
ແຕ່ບໍ່ໄດ້ລະບຸສາເຫດການເສຍຊີວິດທີ່ຊັດເຈນ ເຊິ່ງຫາກເປັນການໃຊ່ອາວຸດກາດຍິງແທ້ ຈະເປັນເຫດສັງຫານໝູ່ສະເທືອນຂວັນຄັ້ງຮ້າຍແຮງທີ່ສຸດໃນຮອບ
22 ປີ ນັບຕັ້ງແຕ່ເຫດການກາດຍິງທີ່ເມືອງພອດອາເທີ ປີ 1996 ທີ່ມີຜູ້ເສຍຊີວິດ 35 ຄົນ