ຕົກອີກລຳ ເຮລີຄັອບເຕີໂຈມຕີຣັດເຊຍ ຕົກໃນຊີເຣຍ ນັກບິນດັບ 2 ຄົນ



ເຮລີຄັອບເຕີໂຈມຕີ Ka-52 ຂອງຣັດເຊຍ ປະສົບເຫດຕົກໃນຊີເຣຍ ເຮັດໃຫ້ນັກບິນ 2 ຄົນ ເສຍຊີວິດ

ເມື່ອວັນທີ່ 7 ພຶດສະພາ ກະຊວງກະລາໂຫມຣັດເຊຍຖະແຫຼງວ່າ ເຮລີຄັອບເຕີໂຈມຕີ Ka-52 ຂອງຣັດເຊຍປະສົບເຫດຕົກທາງຕາເວັນອອກຂອງຊີເຣຍ ເຮັດໃຫ້ນັກບິນ 2 ຄົນເສຍຊີວິດ ສ່ວນສາເຫດຄາດວ່າອາດເກີດຈາກການຂັດຂ້ອງທາງເຕັກນິກ

ລາຍງາຍລະບຸວ່າ ເຫດເທື່ອນີ້ເປັນເຫດການຮ້າຍແຮງເທື່ອທີ່ 2 ຂອງເດືອນນີ້ ຫຼັງຈາກເມື່ອວັນທີ່ 3 ພຶດສະພາທີ່ຜ່ານມາ ເຮືອບິນຂັບໄລ່ SU-30SM ຂອງຣັດເຊຍ ປະສົບເຫດຕົກໃນທະເລ ເມດີຕາລາເນ ໃກ້ແຄມຝັ່ງເມືອງລາຕາເກຍຂອງຊີເຣຍ ຫຼັງຂຶ້ນບິນຈາກຖານທັບອາກາດ Hmeymim ເຮັດໃຫ້ນັກບິນ 2 ຄົນ ເສຍຊີວິດ

ຂະນະທີ່ສື່ອອນໄລນ໌ ຕ່າງປະເທດລາຍງານເທື່ອເຫດການເທື່ອນີ້ ເປັນອຸປະຕິເຫດທາງອາກາດ ເທື່ອທີ່ 3 ໃນເດືອນນີ້ ໂດຍເມື່ອວັນທີ່ 2 ພຶດສະພາ ເຮືອບິນລຳລຽງ C-130 ຂອງກອງກຳລັງປ້ອງກັນໂຕເອງທາງອາກາດຈາກເຄືອຣັດເປີໂຕຣິໂກຂອງສະຫະຣັດ ປະສົບເຫດຕົກໃນຣັດຈໍເຈຍ ເຮັດໃຫ້ມີຜູ້ເສຍຊວິດຢ່າງໜ້ອຍ 2 ຄົນ

ທັງນີ້ ສາເຫດທີ່ເຮລີຄັອບເຕີ Ka-52 ຂອງຣັດເຊຍ ປະສົບເຫດນັ້ນ ກະຊວງກະລາໂຫມຣັດເຊຍກ່າວວ່າ “ຕາມຂໍ້ມູນເບື້ອງຕົ້ນອາດເກີດບັນຫາທາງເຕັກນິກ” ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດວ່າຂັດຂ້ອງຢ່າງໃດ ພ້ອມລະບຸວ່າຮ່າງຂອງນັກບິນທັງ 2 ຖືກສົ່ງໄປຖານທັບຣັດເຊຍໃນຊີເຣຍແລ້ວ

Powered by Blogger.