ຮືຮາ! ພົບເຫັນຊາກສິ່ງມີຊີວິດ ຄ້າຍສັດປະຫຼາດທະເລຍຸກດຶກດຳບັນ ເທິງຊາຍຫາດໃນສະຫະຣັດ



ສາວຕົກຕະລຶງພົບຊາກສິ່ງມີຊີວິດລຶກລັບ ຍາວ 1,8 ແມັດ ເທິງຫາດໃນສະຫະຣັດ ລັກສະນະຄືສັດປະຫຼາດຍຸກດຶກດຳບັນ

ເວບໄຊທ໌ Daily Star ລາຍງານວ່າ ເມື່ອວັນທີ່ 4 ພຶດສະພາ ສະເຕຟານນີ ຮໍລ (Stephanie Hall) ບັງເອີນພົຍຊາກສິ່ງທີ່ມີຊີວິດ ຢູ່ເທິງຫາດອຸດທະຍານ ຣັດນິວເຈີຊີ ສະຫະຣັດອາເມຣິກາ ລະຫວ່າງທາງຫຼັງກັບມາຈາກການແລ່ນ

ໂດຍຊາກສິ່ງທີ່ມີຊີວິດລຶກລັບດັ່ງກ່າວມີລຳໂຕຍາວ 1,6 ແມັດ ມີລັກສະນະແປກປະຫຼາດຄືສັດປະຫຼາດ ທະເລຍຸກດຶກດຳບັນ ສ້າງຄວາມຕື່ນຕົກໃຈຫຼາຍ ເຊິ່ງນາງໄດ້ຮີບບັນທຶກຮູບພາບມັນໄວ້ພ້ອມໂພສທ໌ລົງໂລກອິນເຕີເນັດ

“ຂ້ອຍເຈິສິ່ງທີ່ມີຊີວິດທີ່ແປກປະຫຼາດ ນີ້ເທິງຊາຍຫາດ ຂ້ອຍບໍ່ຮູ້ແທ້ໆ ວັນມັນແມ່ນອີ່ຫຍັງ ເລີຍຖ່າຍຮູບແລ້ວໂພສທ໌ລົງອິນເຕີເນັດ  ຫວັງວ່າຈະມີຊາວປະມົງຫຼືຜູ້ຮູ້ຕອບຄຳຖາມນີ້ໄດ້” ສະເຕຟານນີເວົ້າ

ດ້ານຊາວປະມົງຄິດວ່າສິ່ງທີ່ມີຊີວິດດັ່ງກ່າວຄືປາສະເຕີຈ້ຽນ ເປັນປາທີ່ມີວິວັດທະນາການມາຈາກຍຸກໄທແອສສິກ ດຳລົງສາຍພັນມາເຖິງ 245 ລ້ານປີ ສາມາດໃຫຍ່ເຕັມທີ່ເຖິງ 4,3 ແມັດ ໜັງເຖິງ 363 ກິໂລກຣາມ ແລະ ມີອາຍຸຍືນເຖິງ 60 ປີ






Powered by Blogger.