ເຂຶ່ອນແຕກທີ່ເຄນຢາ ນ້ຳຊັດຖ້ວມຊຸມຊົນ ສັງເວີຍເກືອບ 30 ຊີວິດ
ເກີດເຫດເຂື່ອນທີ່ພູເຂົາຣິຟ ທາງຕອນກາງຂອງເຄນຢາ ມວນນ້ຳລົ້ນທະລັກຖ້ວມອາຄານບ້ານຊ່ອງເປັນຈຳນວນຫຼາຍ
ພາກຊີວິດຊາວເຄນຢາໄປຢ່າງໜ້ອຍ 27 ຄົນ
ທາງການເຄນຢາລາຍງານຄວາມເສຍຫາຍເມື່ອວັນພະຫັດຕາມເວລາທ້ອງຖິ່ນວ່າ ເຈົ້າໜ້າທີ່ກູ້ໄພລົງພື້ນທີ່ຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບເຫດໃນເຂດຊຸມຊົນທີ່ຢູ່ໃກ້ເຂື່ອນພາເທວເຊິ່ງເປັນເຂື່ອນຊົນລະປະທານໃນເມືອງໂຊໄລ
ຫ່າງອອກໄປປະມານ 150 ກິໂລແມັດຈາກເມືອງໄນໂລບິ ຂອງເຄນຢາ ຫຼັງຈາກຊ່ວຍເຫຼືອໄວ້ໄດ້ຢ່າງໜ້ອຍ
40 ຄົນ ເພາະຄາດວ່າຍັງມີຜູ້ທີ່ຕິດຄ້າງຢູ່ໃນອາຄານບ້ານເຮືອນທີ່ຖືກນ້ຳພັດໄປຈຳນວນຫຼາຍ
ພື້ນທີ່ບໍລິເວນພູເຂົາຣິຟ ທາງຕອນກາງຂອງເຄນຢາ ຫາກໍ່ເຈິກັບຝົນຕົກໜັກເມື່ອ 2
ເດືອນກ່ອນເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນຖະລົ່ມຢ່າງແຮງ ພາກຊີວິດຜູ້ຄົນກວ່າ 130 ຄົນມາແລ້ວ
ລ່າສຸດ ຣັດຖະບານເຄນຢາ ໄດ້ປະກາດເມື່ອວັນພຸດທີ່ຜ່ານມາວ່າ ລະດູມໍລະສຸມຂອງເຄນຢາໃນປິນີ້
ເຮັດໃຫ້ປະຊາຊົນອົບພະຍົບພັດຖິ່ນເພື່ອໜີໄພທຳມະຊາດເຖິງ 220,000 ຄົນແລ້ວ