ມີສະດຸ້ງ ສິງເພດແມ່ໂດດຂຶ້ນໜ້າລົດຊາຟາຣີ ເອນໂຕນອນຫຼິ້ນສະບາຍອາລົມ



ສຳນັັກງານຂ່າວຕ່າງປະເທດເຜີຍເຫດການຊວນສະດຸ້ງເບົາໆ ເມື່ອມີສິງເພດແມ່ໂຕໜຶ່ງໂດດຂຶ້ນນັ່ງໜ້າລົດຊາຟາຣີ ທີ່ກຳລັງພານັກທ່ອງທ່ຽວຮັບຊົມອຸດທະຍານແຫ່ງຊາດເຄເຕີ້ ປະເທດແທນຊາເນຍ ເມື່ອບໍ່ດົນມານີ້

ລາຍງານລະບຸວ່າ ບໍ່ຈັກນາທີ່ກ່ອນນີ້ ກຸ່ມລົດຊາຟາຣີ ໄດ້ແລ່ນເຂົ້າໃກ້ຝູງໂຕສິງໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບ ກ່ອນຈະມີໂຕສິງເພດແມ່ໂຕໜຶ່ງ ຍ່າງມາທີ່ລົດແລະໂດດຂຶ້ນນັ່ງຢູ່ຝາກະໂປ່ງລົດ ພ້ອມກັບເອນໂຕລົງນອນແບບສະບາຍໃຈ

ໂຊກດີທີ່ເທື່ອນີ້ໂຕສິງມັນບໍ່ໄດ້ສົນໃຈຄົນພາຍໃນລົດປານໃດ ຄາດວ່າມັນຄືຊິມັກຄວາມອຸ່ນຈາກເຄື່ອງຈັກລົດຫຼາຍກວ່າ


Powered by Blogger.