ນາທີລະທຶກ ອັງກາຣາ ຝົນຖະຫຼົ່ມກວ່າ 3 ຊົ່ວໂມງນ້ຳຖ້ວມກະທັນຫັນພັດລົດປິວ (ຄລິບ)



ຊາວຕຸລາກີ ສຸດລະທຶກເຈິນ້ຳຖ້ວມກະທັນຫັນ ໄຫຼລັ່ງປານນ້ຳປ່າ ພັດລົດຫຼາຍຄັນປິວໄປຕາມກະແສນ້ຳ ມີຄົນບາດເຈັບ 4 ຫຼັງເກີດຝົນຕົກໜັກໃນເມືອງອັງກາຣາດົນກວ່າ 3 ຊົ່ວໂມງ

ເມື່ອວັນທີ່ 7 ພຶດສະພາ 2018 ສຳນັກຂ່າວຕ່າງປະເທດລາຍງານ ແລະເຜີຍແຜ່ຄລິບບັນທຶກເຫດການສຸດລະທຶກ ນ້ຳຖ້ວມກະທັນຫັນໃນເຂດມາມັກ ໃນເມືອງອັງກາຣາ ເມືອງຫຼວງຕຸລາກີ ຫຼັງເກີດຝົນຕົກໜັກຢ່າງຕໍ່ເນື່ອງດົນກວ່າ 3 ຊົ່ວໂມງ

ເມື່ອຊ່ວງຕອນສວຍຂອງວັນເສົາທີ່ 5 ພຶດສະພາທີ່ຜ່ານມາຕາມເວລາທ້ອງຖິ່ນ ໂດຍກະແສນ້ຳທີ່ໄຫຼຢ່າງຮຸນແຮງ ໄດ້ພັດພາລົດ ກວ່າ 100 ຄັນລອຍໄປຕາມກະແສນ້ຳ ເຄື່ອງຂອງ ຂອງຮ້ານຄ້າແຄມທາງຈຳນວນຫຼາຍຖືກນ້ຳພັດປິວ ໄດ້ຮັບຄວາມເສຍຫາຍ ສ້າງຄວາມຕື່ນຕົກໃຈໃຫ້ແກ່ຊາວຕຸລາກີຢ່າງໜັກ ອີກທັງຍັງມີຊາຍຄົນໜຶ່ງໜີນ້ຳຂຶ້ນໄປຢູ່ຫຼັງຄາລົດທີ່ຖືກກະແສນ້ຳພັດຈົນປິວນຳ


ຣັດຖະມົນຕຣີວ່າການກະຊວງແຮງງານແລະຄວາມປອດໄພທາງສັງຄົມຂອງຕຸລາກີເຜີຍວ່າ ເຫດການນນ້ຳຖ້ວມກະທັນຫັນໃນເຂດມາມັກ ເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 4 ຄົນ ລວມທັງລົດກວ່າ 260 ຄັນ ແລະ ຮ້ານຄ້າ 25 ຮ້ານໄດ້ຮັບຄວາມເສຍຫາຍ




Powered by Blogger.