“ຄາລອສ” ຜູ້ກຳກັບຮູບເງົາຄົນດັງ ຖືກລະມັ່ງ (ຍີຣາບ) ຟາດກາງກອງຖ່າຍ



ຜູ້ກຳກັບມືທອງເຈົ້າຂອງລາງວັນເທດສະການຮູບເງົາເມືອງຄານປີ 2003 ຖືກລະມັ່ງສັງຫານ ຟາດຄໍລົງມາຕີໃສ່ຫົວ ຂະນະທີ່ຖ່າຍທຳຮູບເງົາທີ່ແອບຟິກາໃຕ້

ວັນທີ່ 6 ພຶດສະພາ 2018 ສຳນັກຂ່າວຕ່າງປະເທດເປີດເຜີຍຮູບສຸດທ້າຍຂອງ ຄາລອສ ຄາວັນໂຍ ຜູ້ກຳກັບຮູບເງົາອາຍຸ 47 ປີ ກ່ອນຖືກລະມັ່ງ ຟາດຄໍໃສ່ຈົນຮ່າງກາຍປິວຟາດພື້ນເສຍຊີວິດ ຂະນະກຳລັງຖ່າຍທຳຮູບເງົາເມື່ອວັນພຸດ ທີ່ 2 ທີ່ຜ່ານມາ

ໂດຍຜູ້ເຫັນເຫດການເລົ່າວ່າຢູ່ໆ ລະມັ່ງກໍ່ຟາດຄໍລົງມາຕີກະທົບບໍລິເວນຫົວຂອງຄາລອສຊ່ວງເໜືອໃບຫູ ເຮັດໃຫ້ຮ່າງກາຍລອຍຂຶ້ນໄປເທິງອາກາດປະມານ 4-5 ແມັດກ່ອນຕົກລົງມາ ເຂົາບໍ່ໄດ້ສັງເກດເລີຍວ່າມັນຊິແລ່ນມາໃສ່ເລີຍບໍ່ໄດ້ລະວັງໂຕ ແລະ ບໍ່ມີໃຜເຫັນເລີຍວ່າມັນເຂົ້າມາຕອນໃດ ຫຼັງເກີດເຫດຄາລອສຖືກນຳໂຕສົ່ງໂຮງໝໍໃນໂຈຫັນເນັສເບີກແລະເສຍຊີວິດໃນເວລາຕໍ່ມາ

Powered by Blogger.