ຮ້ອງສະນັ່ນຫວັ່ນໄຫວ! ຊາວບ້ານຕະລຶງເດັກນ້ອຍຮຽນຍ່າງ ປີນຂອບປະຕູປ່ອງຢ້ຽມຕຶກ 5 ຊັ້ນ ຍ່າງໄປມາ



ເດລີເມ ລາຍງານວ່າ ທີ່ເມືອງສາງຊຸນ ມົນທົນຈີ້ຫຼິນ ປະເທດຈີນ ມີຄົນບັນທືກເຫດການທີ່ເດັກໃນຊ່ວງຮຽນຍ່າງ ບໍ່ຮູ້ວ່າແມ່ນຍິງຫລຶຊາຍ ປີນອອກມາຢືນຢູ່ຂອບໜ້າປະຕູປ່ອງຢ້ຽມຂອງຫ້ອງເຊົ່າຊັ້ນ 5 ໂດຍຄລິບວິດີໂອນີ້ຖືກຖ່າຍຈາກທີ່ພັກອາໄສບໍລິເວນໃກ້ຄຽງບອກວ່າເດັກນ້ອຍຄົນນີ້ປີນອອກມາຫລັງຖືກລະເລີຍຈາກຜູ້ໃຫຍ່

ຄລິບວິດີໂອຍັງເຜີຍແຜ່ໃຫ້ເຫັນອີກວ່າ ຄົນຂ້າງເຮືອນນຳຜ້າຫົ່ມມາວ່າງໄວ້ກ້ອງໜ້າປະຕູປ່ອງຢ້ຽມເພື່ອກຽມພ້ອມຮັບຖ້າເມື່ອເດັກນ້ອຍຕົກລົງມາ

ມີຜູ້ຊາຍເຖົ້າຄົນໜື່ງເຫັນເຫດການບອກວ່າ "ເດັກນ້ອນຄົນນິບໍ່ຢ້ານຫຍັງເລີຍ ຄືວ່າກຳລັງຫຼິ້ນຢູ່ເທົ່ານັ້ນ" ຂະນະທີ່ຜູ້ເຫັນເຫດການວ່າສັງເກດເຫັນເດັກຄົນນີ້ຫລັງຈາກໄດ້ຍິນສຽງເດັກນ້ອຍຮ້ອງ “ແມ່“ ຈາກທາງເທີງ ຄົນເຫັນກະຟ້າວໄປຢືນຖ້າຈັບເດັກນ້ອຍແລະບອກຕໍ່ຄົນໃກ້ບ້ານຄົນອື່ນໆ ພະຍາຍາມເປິດປະຕູປ່ອງຢ້ຽມເພື່ອກຽມຊ່ວຍຮັບເດັກນ້ອຍ ບໍ່ຮອດນາທີຕໍ່ມາ ມີຜູ້ຍິງຄົນໜືງຟ້າວມາດຶງໂຕເດັກນ້ອຍເຂົ້າໄປໃນຫ້ອງໂດຍບໍ່ແນ່ໃຈວ່າຜູ້ປົກຄອງຊິຢູ່ບ້ານຕອນທີ່ເດັກປີນອອກມາທາງນອກຫຼືວ່າຟ້າວກັບມາຫລັງຈາກຄິດຜິດສັງເກດສັງຫອນໃຈ



Powered by Blogger.