ດືງເປັນຊົ່ວໂມງ! ຊາວປະມົງ ມືຊຽນ ຕືກປາໝໍທະເລຍັກໃຫຍ່ທີ່ສຸດໃນຊີວິດທີເຄີຍເຫັນ
ໃນວັນທີ 11 ພຶດສະພາ
ຢູ່ທີ່ທ່າເຮຶອທົ່ວເບັດປາກບາລາ ເຂດປາກນ້ຳ ເມືອງລະງູ ແຂວງສະຕູນ ຊາວບ້ານໃນແຖວນັ້ນໄດ້ຮູ້ຂ່າວອອກມາຊຸມເບີ່ງລົດເຄນທີ່ກຳລັງຍົກປາໝໍທະເລພຽງໂຕດຽວ
ນ້ຳໜັກ 198
ກິໂລກຼາມຂື້ນຈາກເຮຶອຕືກປາ (ໂຊກລິຄິດ) ໂດຍຄົນທີ່ຕືກປານີ້ໄດ້
ຄື: ທ້າວບາໂຫມ ແຊະອາຫຼີ ອາຍຸ 54 ປີ ຊາວເຂດປາກນ້ຳ ເມືອງລະງູ
ແຂວງສະຕູນ ຫຼືຫຼາຍຄົນເອີ້ນວ່າ “ໄຕ໋ດາ“
ປະຈຳເຮຶອໂຊກລິຄິດທີ່ເປັນຄົນຕືກປາໂຕນີ້ໄດ້ກ່ອນຈະເປິດເຜີຍຄລິບນາທີທີ່ປາກິນເຫຍື່ອໃຊ້ເວລາດຶງດົນເກືອບເປັນຊົ່ວໂມງກວ່າຈະນຳປາຂຶ້ນເຮືອໄດ້ສຳເລັດ
ໄຕ໋ດາ ເລົ່າວ່າໄດ້ຮັບການວ່າຈ້າງຈາກລູກຄ້າຈາກ ແຂວງສົງຂາ ເໝົາເຮຶອໄປຕືກປາ 3 ມື້ 2 ຄືນ ໂດຍຕຶກໄດ້ທີ່ບໍລິເວນຮອຍຕໍ່
ສະຕູນ-ມາເລເຊຍ ໂດຍໃຊ້ຄົນງານຊຳນານທີ່ໝາຍໃນການຕຶກປາຂະໜາດໃຫຍ່ນີ້
ໂຕເອງໄດ້ໃຊ້ແຮນລາຍ(ເບັດມື) ເທົ່ານັ້ນປາມີຂະນາດໃຫຍ່ແລະມີຄວາມແຮງຫຼາຍໃຊ້ແຮງດຶງກັນພໍສົມຄວນ
ປາໝໍທະເລມັກຈະອາໄສຕາມຊອກເປັນໂພງຫິນທີ່ມີຄວາມເລິກຫຼາຍເຖີງ 80 ແມັດ ໂດຍໄດ້ໃຊ້ປູແລະປາເປັນເຫຍື່ອຕຶກຫລັງຈາກຕຶກໄດ້ໃຊ້ເວລາດົນເຕີບກວ່າຈະເອົາປາຂື້ນເຮືອມາໄດ້ຕະຫຼອດ
30
ປີຂອງການເຮັດອາຊີບນີ້ເຄີຍຕືກໄດ້ປາໝໍທະເລໜັກສຸດ 138 ກິໂລກຼາມນີ້ຖືວ່າຫຼາຍທີ່ສຸດແລ້ວແຕ່ມາເທື່ອນີ້ໄດ້ 198 ກິໂລກຼາມຖືວ່າໃຫຍ່ທີ່ສຸດໃນຮອບ 30 ປີທີ່ເຄີຍຕຶກໄດ້
ຫຼັງຈາກທີ່ໄດ້ປາໝໍທະເລຂະໜາດໃຫຍ່ນ້ຳໜັກ 198
ກິໂລກຼາມ
ທາງໄຕ໋ດາ ໄດ້ມອບໃຫ້ກັບລູກຄ້າທີ່ເໝົາເຮຶອມາຕຶກປາກັບແຂວງສົງຂາ
ໂດຍໃຊ້ລົດເຄນຍົກປາໝໍທະເລຂື້ນຈາກເຮຶອໃສ່ທ້າຍລົດກະບະກັບບ້ານໄປກາງຄວາມຕື່ນເຕັ້ນຂອງຊາວບ້ານແລະນັກທ່ອງທ່ຽວບໍລິເວນທ່າເຮຶອມາຮ່ວມກັນຖ່າຍຮູບເກັບໄວ້ເປັນທີ່ລະລຶກເພາະບໍ່ເຄີຍເຫັນປາທີ່ໃຫຍ່ຂະໜາດນີ້ມາກ່ອນ