ຊາວເນັດແຫ່ເບິ່ງຄລິບ ແຂ້ຍັກ ຄານໂຢ້ງໆໃນເດີ່ນກ໊ອບ ຈົນກວາງຕ້ອງຫຼຽວເບິ່ງນຳ



ໂລກອອນໄລນ໌ແຫ່ເບິ່ງຄລິບຖະລົ່ມຖະລາຍ ນາທີ ບັນດາກວາງນ້ອຍຕ້ອງຕະລຶງໄປນຳ ເມື່ອເຫັນໂຕແຂ້ຍັກຄານໂຢ້ງໆ ແບບສຸດຈິ໊ກໂກ໋

ເມື່ອວັນທີ່ 13 ພຶດສະພາ ເວບໄຊທ໌ມິເຣີ້ ລາຍງານ ຊາວເນັດແຫ່ເບິ່ງຄລິບສຸດຕະລຶງ ໂຕແຂ້ຍັກ ຫຼື ເອີ້ນວ່າແຂ້ຕີນເປັດ ໂຕສຸດໃຫຍ່ ຄວາມຍາວເກືອບ 4 ແມັດ ຂຶ້ນມາຄານໂຢ້ງໆ ກາງເດີ່ນຫຍ້າຂຽວອຸ່ມທຸ່ມພາຍໃນເດີ່ນກ໊ອບ “ໂອຊຽນ ຄລິກ ກ໊ອບ” ທີ່ເກາະຟຣິບ ໃນຣັດເຊົ໊າ ແຄໂຣໄລນາ ປະເທດສະຫະຣັດ ຈົນເຮັດໃຫ້ບັນດານັກຫຼິ້ນກ໊ອບຕົກຕະລຶງ ລວມເຖິງກວາງນ້ອຍທີ່ເຫັນເຫດການ ພາກັນຕົກຕະລຶງ ຕາຕີ່ດ້ວຍຄວາມຕົກໃຈໄປນຳກັນ ທີ່ເຫັນແຂ້ຍັກ ຄານແບບຈິ໊ກໂກ໋ ຜ່ານພວກມັນໄປຕໍ່ໜ້າຕໍ່ຕາ


ຂ່າວແຈ້ງວ່າ ຄລິບບັນທຶກເຫດການດັ່ງກ່າວ ຖືກນຳໄປແຊຣ໌ໃນເຟສບຸ໊ກແນະນຳການທ່ອງທ່ຽວໃນພື້ນທີ່ “Eat Sleep Play Beaufort” ຈົນມີຊາວເນັດແຫ່ເຂົ້າໄປເບິ່ງຢ່າງຖະລົ່ມຖະລາຍສະເພາະໃນເຟສບຸ໊ກເຂົ້າຊົມແລ້ວກວ່າ 1,7 ລ້ານເທື່ອ ແລະ ແຊຣ໌ກະຈາຍກວ່າ 7,000 ເທື່ອອີກ

Powered by Blogger.