ພະຫວາປາຣີສ ມືມີດບ້າຄັ້ງແທງຜູ້ຄົນກາງເມືອງຕາຍ 1 ກ່ອນຖືກຕຳຫລວດຈັບ



ເມື່ອທີ່ 13 ພຶດສະພາ ເອພີແລະບີບີຊີລາຍງານວ່າ ເຫດໜ້າຕົກໃຈຄົນຮ້າຍໄລ່ແທງຄົນກາງເມືອງປາລີດເມືອງຫລວງປະເທດຝຣັ່ງເສດຖີປະເຊີນເຫດກໍ່ການຮ້າຍຢ່າງຮ້າຍແຮງມາຫຼາຍ ສຳລັບເຫດການລ່າສຸດນີ້ຍັງບໍ່ຊັດເຈນວ່າເປັນການກໍ່ການຮ້າຍຫຼຶບໍ່ແຕ່ເຮັດໃຫ້ມີຄົນເສຍຊີວິດແລ້ວ 1 ຄົນ ສ່ວນມືມີດຖືກຕຳຫລວດວິສາມັນ

ເຫດເກີດໃນເຂດໂອເປລາ ໃຈກາງເມືອງປາຣີສ ໃນເວລາ 21:30 ໂມງ ຂອງວັນເສົາທີ່ 11 ພຶດສະພາ ຕາມເວລາທ້ອງຖີ່ນ ຢູ່ໃນເຫດການຕ່າງມີອາການຕື່ນຕົກໃຈສຸດຂີດ ພາກັນແຍກຍ້າຍແລ່ນໜີອອກຈາກທີ່ເກີດເຫດໄປລີ້ຕາມຮ້ານອາຫານແລະຮ້ານບັນເທີງພະຍານຫຼາຍຄົນບອກຕົງກັນວ່າຕຳຫລວດພະຍາຍາມຈະໃຊ້ປືນຊ໋ອດໄຟຟ້າໃຊ້ຄົນຮ້າຍ ແຕ່ຕໍ່ມາກໍ່ຕັດສິນໃຈຍິງລູກປືນແທ້ 2 ນັດເພື່ອຢຸດເຫດ

ດ້ານເຈົ້າໜ້າທີ່ຕຳຫລວດເປິດເຜີຍຜົນສອບຖາມເບື້ອງຕົ້ນວ່າ ມືມີດແລ່ນເຂົ້າໄປຫາເປົ້າໝາຍຄົນ 5 ຄົນໃນເຂດທີ່ 2 ຂອງປາຣີສ ປະກົດວ່າເຫຍື່ອ 1 ຄົນ ເສຍຊີວິດ ສ່ວນທີ່ບາດເຈັບ 4 ຄົນນັ້ນ ໃນຈຳນວນນີ້ອາການສາຫັກ 2 ຄົນ


ແຫຼ່ງຂ່າວສອບຖາມບອກວ່າ ຄົນຮ້າຍເປັນຊາຍອາຍຸ 21 ປີ ເກີດໃນ ສາທາລະນະຊົນເນຍ ຂອງຣັດເຊຍ ເມື່ອປີ 1997 ກ່ອນຈະຍ້າຍມາອາໄສຢູ່ໃນຝຣັ່ງເສດ ຂະນະດຽວກັນຕຳຫລວດໄດ້ຄວບຄຸມພໍ່ແມ່ຂອງຊາຍຄົນຮ້າຍໄປສອບປາກຄຳແລ້ວ

ຜູ້ເຫັນເຫດການບອກວ່າ ຊາຍຄົນຮ້າຍຮ້ອງສັນລະເສີນພະເຈົ້າ ຂະນະທີ່ໜ່ວຍຕໍ່ຕ້ານການກໍ່ເຫດຮ້າຍ ສຳນັກງານໄອຍະການເມືອງປາຣີສ ບອກວ່າກຳລັງເລັ່ງສອບຖາມກໍລະນີດັ່ງກ່າວໂດຍເຈາະຈົງໃສ່ການກໍ່ການຮ້າຍ ສອດຄ່ອງກັບທີ່ກຳລັງຣັດອິດສະລາມ ຫຼືໄອເອສຖະແຫຼງອ້າງວ່າເປັນຝືມືຂອງນັກຮົບໃນເຄືອຂ່າຍ

ປະທານາທິບໍດີເອັມມາເອວ ມາຄົງ ຜູ້ນຳຝຣັ່ງເສດ ໂພສທ໌ຂໍ້ຄວາມທາງທະວິດເຕີວ່າ “ຝຣັ່ງເສດຕ້ອງຫລັ່ງເລຶອດອີກເທື່ອໜື່ງ ແຕ່ເຮົາຈະບໍ່ຍອມມອບອິດສະລະພາບພຽງໜ້ອຍ 1 ນິ້ວແກ່ສັດຕູ


ດ້ານນາງອານ ອີດັນໂກ ນາຍົກປະເທດໃມມົນຕີເມືອງປາຣີສ ກ່າວວ່າ “ຄ່ຳຄືນນີ້ໃນເມືອງຂອງເຮົາບອບຊ້ຳ ຂ້ອຍຕ້ອງການບອກກັບຊາວປາຣີຊຽງທຸກຄົນວ່າພວກເຮົາຈະຢູ່ຂ້າງໆ ພວກເຂົາ”

ທັ່ງນັ້ນ ຝຣັ່ງເສດຍັງຢູ່ໃນການເຕືອນໄພຊັ້ນສູງນັບຕັ້ງແຕ່ເຫດສັງຫານໝູ່ 130 ສົບໃນເມືອງປາຣີສທີ່ກອງກຳລັງໄອເອສອ້າງວ່າຢູ່ເບື້ອງຫຼັງ ເມື່ອປີ 2015 ເຊິ່ງໃນຊ່ວງ 3 ປີ ທີ່ຜ່ານມາມີຜູ້ເສຍຊີວິດຈາກການກໍ່ການຮ້າຍຫຼາຍກວ່າ 230 ຄົນ

Powered by Blogger.