ຂຸມເລິກຊ່ຳຕຶກຫົກຊັ້ນ ກ້ວາງຊ່ຳສອງເດີ່ນເຕະບານ ໂຜ່ກາງໄຮ່ຫຼັງຝົນຕົກ
ເດລີ່ເມລາຍງານວ່າ ຂຸມເລິກຂະໜາດໃຫຍ່ປະກົດຂຶ້ນຈາກການຖືກຝົນເຊາະມາສະສົມມາເປັນເວລາ
100 ປີມັນປະກົດໂຕໃນຟາມລ້ຽງງົວແຫ່ງໜື່ງ ໃກ້ເມືອງໂລໂຕລົວ ປະເທດນິວຊິແລນຜູ້ຊ່ຽວຊານກ່າວວ່າອາດເປັນກຸ່ມເປັນຂຸມທີ່ໃຫຍ່ທີ່ສຸດໃນປະເທດ
ຂຸມເລິກດັ່ງກ່າວມີຂະໜາດສຳສອງເດີນເຕະບານ ແລະເລິກປະມານສຳຕຶກ 6 ຊັ້ນ ມັນປະກົດໂຕເມື່ອອາທິດກ່ອນຖັດຈາກສະນາມໜ້າລ້ຽງງົວ
ນັກທໍລະນີວິທະຍາທີ່ຊ່ຽວຊານດ້ານພູເຂົາໄຟແບັດ ສະກ໊ອດ ກ່າວວ່າ ຝົນຕົກໜັກກ່ອນໜ້ານີ້ເບິ່ງຄືຈະເປີດພື້ນນິວໜ້າຂຸມນີ້
ມັນຢູ່ຫ່າງ 15 ກິໂລແມັດຈາກທາງພາກເໜຶອຂອງໄອແລນທີ່ມີຊື່ສຽງດ້ານບໍນ້ຳພຸຮ້ອນ
ຂຸມຖືກເປີດເຜີຍຍ້ອນຝົນທີ່ເສາະມັນມາສະສົມເປັນເວລາ 40-50 ເຖີງ 100 ປີ ແບັດ ສະກ໊ອດ
ກວ່າຫຼັງຈາກໄປສຳຫຼວດທີຟາມ
“ຝົນທີ່ຕົກຢ່າງໜັກເມື່ອສຸດທ້າຍອາທິດທີ່ຜ່ານມາເປັນໂຕເລ່ງປະຕິກິລິຍານິ້
ຂຸມຂະໜາດໃຫຍ່ທີ່ສຸດທີ່ເຫັນກ່ອນໜ້ານີ້ໜ້າຈະມີຂະໜາດປະມານໜຶ່ງໃນສາມຂອງຂຸມນີ້
ເພາະສະນັ້ນຂຸມນີ້ຖຶວ່າໃຫຍ່ຫຼາຍ
ຄໍລີນ ເທເມນ ເຈົ້າຂອງຟາມບອກວ່າ
ເຂົາກຳລັງຈະເຮັດຮົ້ວຂະໜາດໃຫຍ່ເພື່ອປ້ອງກັນບໍ່ໃຫ້ງົວຂອງລາວຕົກລົງໄປໃນຂຸມ
“ພວກເຮົາຕ້ອງເຮັດຮົ້ວເພຶອປ້ອງກັນບໍ່ໃຫ້ສັດອອກໄປ ເຖີ່ງແມ່ນວ່າພວກສັດບໍ່ໄດ້ໂງ່ພວກມັນສັງເກດເຫັນຂຸມແລະບໍ່ຢ່າງລົງໄປກໍ່ຕາມ