ຈິ໊ກໂກ໋ຄຶກຄະນອງ! ຫຼິ້ນໂດຣນຕຳເດັກນ້ອຍໜ້າເປັນບາດ ຫຍິບ 9 ເຂັມ
ເມື່ອວັນທີ່ 15 ພຶດສະພາ ເວັບໄຊທ໌ລາຍງານວ່າ
ໄວລຸ້ນຊາຍຄົນໜຶ່ງບັງຂັບຫຸ່ນໂດຣນໄປຕຳເດັກນ້ອຍອາຍຸ 1 ປີ ຈົນເດັກນ້ອຍໄດ້ຮັບບາດເຈັບທີ່ບໍລິເວນໜ້າ
ເຫດເກີດທີ່ສວນສາທາລະນະແຫ່ງໜຶ່ງໃນເມືອງປັກກິ່ງ
ປະເທດຈີນ ຈາກນັ້ນແມ່ຂອງເດັກໄດ້ຖ່າຍຮູບລູກໂຕເອງທີ່ໄດ້ຮັບບາດເຈັບມີຮອຍບາດແພເຫວີກແລ້ວໂພສທ໌ຮູບເຫຼົ່ານັ້ນລົງໃນໂຊຊ້ຽວມີເດຍຈີນ
ລາວໂພສທ໌ວ່າ ໄດ້ພາລູກໄປໂຮງໝໍ 3 ບ່ອນ
ເພື່ອຫາບ່ອນຮັກສາທີ່ເໝາະສົມແລະດີທີ່ສຸດເຊິ່ງລູກຂອງລາວຖືກຫຍິບໄປຈຳນວນ 9 ເຈັມ
ຫຼັງຈາກນັ້ນ ໝໍບອກແມ່ຂອງເດັກວ່າ ລູກຊາຍອາດຈະມີຮອຍແປ້ວຖາວອນ ໂດຍແມ່ເຜີຍວ່າ
ຫຼັງຈາກໄວລຸ້ນຄົນນັ້ນທຳຮ້າຍລູກ ເຂົາຟ້າວຈັບຫຸ່ນໂດຣນແລ້ວແລ່ນໜີໄປ ເຊິ່ງລາວມຄາແຕ່ສົນໃຈລູກເລີຍບໍ່ໄດ້ໄປປະເຊີນໜ້າຫຼືແລ່ນນຳໄປ
ດັ່ງນັ້ນລາວໄດ້ຮຽກຮ້ອງໃຫ້ພະຍານທີ່ພົບເຫັນເຫດການອອກມາຊ່ວຍຕາມຫາໄວລຸ້ນຊາຍຄົນນັ້ນ
ພາຍຫຼັງຮູ້ວ່າ ໄວລຸ້ນຄົນດັ່ງກ່າວເປັນຊາວຕ່າງຊາດ ຜົມກູດ ອາຍຸ 14 ປີ ໂດຍຕອນນີ້ທາງຕຳຫຼວດເລັ່ງນຳຫາໂຕເພື່ອນຳມາສອບສວນຕໍ່ໄປ