ຊາຍຈີນລັກໄກ່ຖືກຊາວບ້ານຈັບໄດ້ ມັດຕິດຕົ້ນໄມ້ປະຈານ ຍັດໄກ່ໃຫ້ຄາບ
ສຳນັກຂ່າວປະເທດຈີນລາຍງານວ່າ ເມື່ອວັນທີ່ 5 ພຶດສະພາ ທີ່ໝູ່ບ້ານແຫ່ງໜຶ່ງໃນເມືອງກຸ້ຍຫລິນ
ເຂດປົກຕອງຕົນເອງ ກວ່າງຊີຈ້ວງ ຊາຍຄົນໜຶ່ງເຂົ້າໄປລັກໄກ່ຂອງຊາວບ້ານ ແລະ ຖືກຈັບໄດ້ຄາໜັງຄາເຂົາ
ຈຶ່ງຖືກຊາວບ້ານລົງໂທດໂດຍການຈັບໂຕໄປມັດຕິດໄວ້ກັບຕົ້ນໄມ້ ພ້ອມນຳໄກ່ທີ່ຕາຍແລ້ວໂຕໜຶ່ງຍັດໃສ່ປາກໃຫ້ຄາບໄວ້
ເພື່ອປະຈານຄວາມຜິດ
ໃນຄລິບວີດີໂອສະແດງໃຫ້ເຫັນຊາຍດັ່ງກ່າວຢືນຫຼັງຕິດກັບຕົ້ນໄມ້
ປາກກັດຕີນໄກ່ເບື້ອງໜຶ່ງໄວ້ ອ້ອມຂ້າງມີຂາວບ້ານຫຼາຍຄົນຢືນຊຸມເບິ່ງ
ໂດຍຫຼັງຈາກວີດິໂອນີ້ໄດ້ຖືກແຜ່ອອກໄປກໍ່ມີບັນດາຊາວເນັດມາວິພາກວິຈານຕ່າງໆນາໆ ບາງສ່ວນບອກວິທີ່ນີ້ບໍ່ເໝາະສົມ
ຄວນຮີບແຈ້ງຕຳຫຼວດໃຫ້ມາຈັດການ
ແຕ່ວ່າ ພາຍຫຼັງມີລາຍງານລະບຸ
ແທ້ໆແລ້ວຊາວບ້ານບໍ່ໄດ້ມັດໂຕຊາຍດັ່ງກ່າວໄວ້ແໜ້ນຫຼາຍ ຫຼົມຈົນວ່າມັດຊ່ຳບໍ່ມັດ
ແຕ່ຍ້ອນວ່າມີຊາວບ້ານຢືນອ້ອມຢູ່ຫຼາຍ ລາວຈຶ່ງບໍ່ກ້າແລ່ນໜີ ແລະ ຊາວບ້ານພຽງຢາກສັ່ງສອນລາວ ກ່ອນຕໍ່ມາຈະມີພໍ່ຕູ້ຄົນໜຶ່ງຈັບໄກ່ຕາຍມາ
ແລ້ວຈັບຕີນໄກ່ຍັດໃສ່ປາກໃຫ້ລາວຄາບໄວ້ ພ້ອມຈູດຢາສູບກອກໜຶ່ງໃຫ້ລາວຈັບໄວ້ພ້ອມ
ທັງນີ້ ຫຼັງຈາກຊາວບ້ານໄດ້ແຈ້ງໄປຫາເຈົ້າໜ້າທີ່ ຊາຍຄົນດັ່ງກ່າວກໍ່ໄດ້ຖືກນຳໂຕໄປສອບສວນແລ້ວ