ໂທລະສັບເກີດໄຟລຸກ ສາຍການບິນເນເທີແລນຂໍລົງຈອດສຸກເສີນທີ່ພູເກັດ
ສຳນັກງານຂ່າວຕ່າງປະເທດລາຍງານວ່າ
ເຮືອບິນສາຍການບິນເຄແອວເອັມຂອງເນເທີແລນສົ່ງສັນຍານຂໍລົງຈອດສຸກເສີນທີ່ເດີ່ນບິນນານາຊາດພູເກັດ
ຫຼັງຈາກພົບກໍລະນີໄຟໄໝ້ພາຍໃນຫ້ອງໂດຍສານທີ່ມາຈາກໂທລະສັບມືຖືຂອງຜູ້ໂດຍສານເມື່ອ 8
ພຶດສະພາທີ່ຜ່ານມາ
ຕາມລາຍງານລະບຸວ່າ ເຮືອບິນໂບອິ້ງ 777 ຂອງສາຍການບິນເຄແອວເອັມ ທ້ຽວບິນທີ່ KL809 ເດີນທາງມາຈາກປະເທດເນເທີແລນ
ເພື່ອມຸ່ງໜ້າໄປຫາປາຍທາງທີ່ເມືອງກົວລາລຳເປີ ປະເທດມາເລເຊຍ ແຕ່ໄດ້ສົ່ງສັນຍານມາຫໍບັງຄັບການບິນເດີນບິນນານາຊາດພູເກັດ
ເພື່ອຂໍລົງຈອດສຸກເສີນ ຫຼັງພົບບັນຫາໄຟໄໝ້ ພາຍໃນຫ້ອງໂດຍສານ
ໂດຍກໍລະນີທີ່ເກີດຂຶ້ນນັ້ນ ທາງສາຍການບິນໄດ້ອອກມາຖະແຫຼງການວ່າ ສາເຫດເກີດຈາກຜູ້ໂດຍສານຄົນໜຶ່ງໄດ້ເຮັດໂທລະສັບຕົກກະທົບເບາະຫຼັງ
ກ່ອນທີ່ແບັດໂທລະສັບຈະເລີ່ມຮ້ອນຂຶ້ນເຮັດໃຫ້ລະບົບບັນຈຸໄຟຟ້າຂອງໂທລະສັບລັດວົງຈອນ ແລະ
ເກີດໄຟລຸກໄໝ້ພ້ອມກັບມີຄວັນຂຶ້ນຢູ່ຫ້ອງຜູ້ໂດຍສານ
ທັງນີ້ທ້ຽວບິນທີ່ KL809 ສາມາດນຳເຄື່ອງລົງຈອດທີ່ເດີ່ນບິນນານາຊາດພູເກັດໄດ້ຢ່າງປອດໄພໂດຍບໍມີລາຍງານບາດເຈັບຫຼືໄດ້ຮັບອັນຕະລາຍໃດໆ
ທາງການສາຍການບິນໄດ້ຕັດສິນໃຈລະງັບການບິນທ້ຽວບິນຊົ່ວຄາວ ພ້ອມກັບລຳລຽງຜູ້ໂດຍສານເຂົ້າພັກທີ່ໂຮງແຮມ
ແລະ ໄດ້ສືບຕໍ່ການບິນໄປປາຍທາງທີ່ມາເລເຊຍໃນມື້ນີ້ 10 ພຶດສະພາ