ງຶດ ຊາຍຈີນທ່ຽວທະເລ ຈັບປາຄ່າ (ໂລມາ) ນ້ອຍໄດ້ ຍ່າງແບກເມື່ອ (ຄລິບ)



ສຳນັກງານຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ່ 1 ພຶດສະພາທີ່ຜ່ານມາ ພົບນັກທ່ອງທ່ຽວຊາຍຈີນຄົນໜຶ່ງເດີນທາງໄປຫຼິ້ນທະເລທີ່ເກາະໄຫ່ຫຼິງ ເມື່ອງຫຍາງຈຽງ ມົນທົນກວາງຕຸ້ງ ທາງຕອນໃຕ້ຂອງຈີນ ຄາດວ່າຈັບປາຄ່າໄດ້ໂຕໜຶ່ງ ຈຶ່ງແບກປາຄ່າໂຕນັ້ນຕິດມືກັບເມື່ອພ້ອມ


ໃນຄລິບວີດິໂອສະແດງໃຫ້ເຫັນນັກທ່ອງທ່ຽວຊາຍຄົນດັ່ງກ່າວແບກປາຄ່າໄວ້ບ່າຢ່າງບໍ່ທຸກຮ້ອນໃດໆ ຂະນະກຳລັງຍ່າງຢູ່ຊາຍຫາດ


ໂດຍເຈົ້າໜ້າທີ່ທ້ອງຖິ່ນໃຫ້ສຳພາດກັບຜູ້ຊື່ຂ່າວວ່າ ນັກທ່ອງທ່ຽວຄົນດັ່ງກ່າວອອກຈາກພື້ນທີ່ໄປແລ້ວ ຂະນະນີ້ເຈົ້າໜ້າທີ່ກຳລັງສືບສວນເລື່ອງດັ່ງກ່າວ ແລະ ເນື່ອງຈາກປາຄ່າເປັນສັດທີ່ໄດ້ຮັບການຄຸ້ມຄອງຫາກພົບເຫັນ ນັກທ່ອງທ່ຽວດັ່ງກ່າວກໍ່ຈະຖືກດຳເນີນຄະດີຕາມກົດໝາຍຕໍ່ໄປ


ຂະນະຊາວເນັດກໍ່ໄດ້ໃຫ້ຄຳຄິດຄຳເຫັນໄປຕ່າງໆນາໆ ບາງຄົນກໍ່ວ່າມອບໂຕຈະດີກວ່າໃດ໋ ບາງຄົນກໍ່ວ່າຄົນບໍ່ຮູ້ກົດໝາຍ ກ້າເນາະ



Powered by Blogger.