ຊາຍຈີນລັກໂທລະສັບ ແຕ່ບໍ່ຄຸ້ນທາງໜີ ເລີຍແລ່ນໜ້າຕັ້ງເຂົ້າສະຖານີຕຳຫຼວດເອງ
ສຳນັກຂ່າວປະເທດຈີນລາຍງານວ່າ ຊາຍຈີນຄົນໜຶ່ງກໍ່ເຫດລັກໂທລະສັບມືຖື
ແຕ່ເຫຍື່ອຍຜູ້ເປັນເຈົ້າຂອງເຄື່ອງມາພົບກ່ອນ ເລີຍໜີໜ້າຕັ້ງສຸດຊີວິດ ແຕ່ວ່າບໍ່ຄຸ້ນເຄີຍກັບເສັ້ນທາງ
ຈຶ່ງແລ່ນໜ້າຕັ້ງເຂົ້າສະຖານີຕຳຫຼວດເອງ ຈົນໄປເຈິກັບຕຳຫຼວດທີ່ກັບມາເຮັດວຽກລ່ວງເວລາພໍດີ
ງານນີ້ເລີຍບໍ່ລອດ
ໂດຍເຫດນີ້ເກີດເມື່ອ 1 ພຶດສະພາທີ່ຜ່ານມານີ້ ຈາກການສອບສວນຮູ້ວ່າ
ຊາຍດັງກ່າວຊື່ເວີນ ອາຍຸ 40 ປີເປັນຊາວມົນທົນຊານຊີ ມາເຮັດວຽກຢູ່ເຂດເທດສະບານນະຄອນສົງຊຶງ
ເປັນຄົນເລືອກວຽກ ແຕ່ລະວຽກທີ່ເຮັດກໍ່ເຮັດໄດ້ພຽງ ສິບປາຍມື້ທໍ່ນັ້ນ
ມີເງິນພຽງນ້ອຍດຽວກໍ່ເອົາໄປໃຊ້ຈ່າຍຕາມໃຈໝົດ
ຈົນຮອດມື້ວັນແຮງງານເງິນໝົດບໍ່ເຫຼືອຕິດໂຕຈັກໜ້ອຍເລີຍກັບໄປເຮັດວຽກແບບເກົ່າຄືລັກຂະໂມຍ
ໂດຍລາວໄດ້ຢ່າງໄປເລື້ອຍໆ ຈົນໄປເຈິຮ້ານໜຶ່ງທີ່ມີໂທລະສັບວາງຢູ່ແລະບໍ່ມີຄົນຢູ່ຮ້ານ
ຈຶ່ງຈອບເຂົ້າໄປລັກ ແຕ່ເຈົ້າຂອງຮ້ານອາຍຸ 50 ໄດ້ອອກມາຖິ້ມຂີ້ເຫຍື້ອພົບເຫັນເອົາ
ຈຶ່ງຟ້າວຮ້ອງໃຫ້ຄົນແຖວນັ້ນຊ່ອຍ
ເນື່ອງຈາກໂຈນນັ້ນບໍ່ຄຸ້ນກັບເສັ້່ນທາງ ຈຶ່ງແລ່ນໜ້າຕັ້ງເຂົ້າໄປໃນສະຖານີຕຳຫຼວດເຂດປີ້ຊານ
ກ່ອນຈະເຈິກັບຕຳຫຼວດທີ່ມາເຮັດວຽກລ່ວງເວລາ ເຮັດໃຫ້ຖືກຈັບໃນຕອນນັ້ນ