ວິຖີຄົນເທ້ “ປູຕິນ” ນຳທັບລົດບັນທຸກ ເປີດສະພານໃໝ່ ຍາວສຸດໃນຍູໂຣບ



ສຳນັກຂ່າວຕ່າງປະເທດລາຍງານວ່າ ວານນີ້ (15 ພຶດສະພາ) ທ່ານວາລາດິເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເຊິ່ງສວມໃສ່ເສື້ອຜ້າແບບທະມັດທະແມງ


ໄດ້ປີນລົດບັນທຸກຂຶ້ນຢ່າງຄ່ອງແຄ່ວແລະຂັບນຳທັບລົດບັນທຸກອີກລວມສິບຄັນລົດ ເປີດສະພານຂະໜາດໃຫຍ່ແຫ່ງໃໝ່ທີ່ເຊື່ອມລະຫວ່າງມະຫາສະໝຸດທາມັນ ທາງຣັດເຊຍຕອນໃຕ້ ກັບມະຫາສະໝຸດໄຄເມຍ ຢ່າງເປັນທາງການ



ລາຍງານລະບຸວ່າ ສະພານຣັດເຊຍ-ໄຄເມຍ ຄວາມຍາວ 19 ກິໂລແມັດ  ເຊິ່ງພາດຂ້າມຊ່ອງແຄບເຄີດ ລະຫວ່າງທະເລດຳແລະທະເລຊອຟ ເລີ່ມກໍ່ຕັ້ງແຕ່ປີ 2015 ດ້ວຍງົບປະມານ 228,000 ລ້ານຣູເບິ້ນ (ຫຼາຍກວ່າ 1 ແສນລ້ານບາດ) ຖືເປັນສະພານທີ່ໃຫຍ່ທີ່ສຸດທີ່ຣັດເຊຍເຄີຍສ້າງມາ ລວມເປັນສະພານທີ່ຍາວທີ່ສຸດໃນຍຸໂຣບອີກດ້ວຍ


ສະພານຣັດເຊຍ-ໄຄເມຍ ປະກອບເສັ້ນທາງຄູ່ຂະໜານສຳຫຼັບລົດຍົນຕ່າງໆ ແລະ ລົດໄຟ ໂດຍຊ່ອງຈາລະຈອນຂອງລົດຍົນແບ່ງເປັນ 4 ຊ່ອງທາງ ກຳໜົດຄວາມໄວສູງສຸດ 120 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະມີລົດຍົນແລ່ນຂ້າມສະພານດັ່ງກ່າວ ຫຼາຍກວ່າ 40,000 ຄັນໃນແຕ່ລະມື້





Powered by Blogger.