ບໍ່ງ່າຍເລີຍ... ຊາຍຈີນເວົ້າເປັນສຽງດຽວກັນ ຫຼັງສຳພັດຄວາມເຈັບຂະນະເກີດລູກ
“ເປັນຜູ້ຍິງນິມັນບໍ່ງ່າຍເລີຍ” ຊາຍຈີນເວົ້າເປັນສຽງດຽວກັນ
ຫຼັງໄດ້ສຳພັດຄວາມເຈັບຂະນະເກີດລູກ
ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ເນື່ອງຈາກວັນທີ່ 13 ພຶດສະພາ ທີ່ຜ່ານມາ
ເປັນວັນແມ່ຍິງສາກົນ ບໍລິເວນຫ້າງສັບປະສິນຄ້າແຫ່ງໜຶ່ງໃນເມືອງເຈີ້ງໂຈ ມົນທົນເຫີນານ
ຈັດບູ້ດໃຫ້ຜູ້ຊາຍໄດ້ທົດລອງສຳພັດ ຄວາມເຈັບຂະນະເກີດລູກ ໂດຍເຄື່ອງຈຳລອງຄວາມເຈັບນີ້ສາມາດປັບໄດ້
10 ລະດັບ ຖ້າໃຜອົດທົນກັບຄວາມເຈັບປວດລະດັບ 10 ໄດ້ເກີນ 3 ນາທີກໍ່ຈະໄດ້ຮັບລາງວັນໄປ
ແນວໃດກໍ່ຕາມ ເຈົ້າໜ້າທີ່ປະຈຳບູ້ດລະບຸວ່າ ປົກກະຕິແລ້ວຜູ້ຍິງຈະຕ້ອງເຈັບເຖິງລະດັບ
12 ເລີຍ
ຂະນະທີ່ຜູ້ຊາຍຫຼາຍຄົນເຂົ້າມາທົດລອງແລ້ວຕ່າງກໍ່ອຶ້ງກັບຄວາມເຈັບປວດທີ່ເກີດຂຶ້ນ
ບອກໃຫ້ຢຸດກາງທາງ ບາງຄົນກໍ່ຫ້າມວ່າບໍ່ຕ້ອງເພີ່ມລະດັບຂຶ້ນຕື່ມແລ້ວ
ບາງຄົນກໍ່ອັດທົນຈົນໄດ້ລາງວັນ ແຕ່ວ່າທີ່ແນ່ນອນແມ່ນທຸກຄົນເວົ້າເປັນສຽງດຽວກັນວ່າ “ເຈັບສຸດໆ”
“ເປັນຜູ້ຍິງມັນບໍ່ງ່າຍເລີຍ” “ເກີດລູກນິບໍ່ແມ່ນງ່າຍໆເລີຍ” “ແມ່ສຸດຍອດຫຼາຍ” ປະມານນິ





