ລັດຖະມົນຕີ ກະຊວງ ອຄ ລົງຕິດຕາມກໍລະນີເກີດເຫດການດິນຊຸດຕົວ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການແກ້ໄຂບັນຫາດັ່ງກ່າວ



 ໃນວັນທີ 22 ພະຈິກ 2025 ທີ່ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະ ໄດ້ລົງຕິດຕາມ ສະພາບດິນຊຸດຕົວ ທີ່ເຂດຂຸດຄົ້ນເກືອໂປຕາສ໌ ຂອງບໍລິສັດ ຫຍຸ້ຍຢວນ ເກືອໂປຕາສ໌ ອຸດົມສົມບູນຈໍາກັດ, ບ້ານທົ່ງມັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຕິດຕາມສະພາບ ແລະ ຊຸກຍູ້ການແກ້ໄຂບັນຫາດັ່ງກ່າວ.


ໃນການລົງຕິດຕາມຄັ້ງນີ້ ປະກອບມີ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, ປະທານອົງການປົກຄອງເມືອງໄຊທານີ, ສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ, ກົມທໍລະນີສາດ ແລະ ແຮ່ທາດ ແລະ ພະນັກງານວິຊາການກ່ຽວຂ້ອງ, ອໍານາດການປົກຄອງບ້ານທົ່ງມັ່ງ ແລະ ບໍລິສັດເຂົ້າຮ່ວມ.


ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ເຊັນສັນຍາໃນວັນທີ 29 ພະຈິກ 2004 ໃນເນື້ອທີ່ ທັງໝົດ 7,800 ເຮັກຕາ ເຊິ່ງໄດ້ແບ່ງອອກເປັນ 2 ເຂດ ເຂດທີ 1 ມີເນື້ອທີ 3,000 ເຮັກຕາ ເອີ້ນຊື່ວ່າເຂດນາຕານ ແລະ ເຂດທີ 2 ມີເນື້ອທີ່ 4,800 ເຮັກຕາ ເອີ້ນວ່າເຂດທົ່ງມັ່ງ ອາຍຸສັນຍາທັງໝົດແມ່ນ 30 ປີ, ກ່ຽວກັບເຫດການດິນຍຸບ ດິນແຕກຕົວ ໃນໄລຍະເດືອນ ພຶດສະພາ ຂອງປີນີ້ ມາຮອດປັດຈຸບັນ ສະຫຼຸບໄດ້ ທັງໝົດເກີດຂຶ້ນ 4 ຄັ້ງເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:


  • ຄັ້ງທີ 1 ຢູ່ຈຸດທີ 1 ມີສະພາບດິນແຕກຕົວ ມີຄວາມຍາວ 70 ແມັດ ເກີດຂຶ້ນ ໃນວັນທີ 4 ພຶດສະພາ 2025 ເຊິ່ງມີຜົນກະທົບຕໍ່ເນື້ອທີ່ດິນ, ໜອງປາ, ຟາມໄກ່, ເຮືອນປະຊາຊົນ(ພື້ນແຕກ) ສໍາລັບຄັ້ງທີ 1 ເກີດຂຶ້ນຢູ່ 2 ຈຸດ, ຄື ຈຸດທີ 2 ຢູ່ກາງທົ່ງນາ ລັກສະນະໜ້າດີນໄຮ່ນາ ອ່ຽງລົງ ບໍ່ເຖິງກັບວ່າເປັນຫຼຸມ
  • ຈຸດທີ 2 ແມັນວັນທີ 14 ກັນຍາ 2025 ມີລັກສະນະດິນຊຸດໂຕລົງເປັນຫຼຸມ ມີຄວາມກວ້າງ 10 ແມັດ, ເລີກ 5 ແມັດ
  • ຈຸດທີ 3 ເກີດຂຶ້ນໃນວັນທີ 23 ຕຸລາ 2025 ມີຂະໜາດ ຄ້າຍກັບຈຸດທີ 2 ລັກສະນະການເກີດຄວາມກວ້າງ 10 ແມັດ, ເລີກປະມານ 5 ແມັດ
  • ຈຸດທີ 4 ເກີດຊໍ້າ ຈາກຈຸດທີ 3 ເພາະວ່າ ຫຼັງຈາກຖົມແລ້ວ 6 ວັນ ກໍ່ຄືວັນທີ 30 ຕຸລາ 2025 ກໍ່ຍຸບຊໍ້າລົງໄປຕື່ມ ມີຂະໜາດ 8 ແມັດ ແລະ ເລີກ 5 ແມັດ

ທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງເມືອງໄຊທານີ ໄດ້ກ່າວມີຄໍາເຫັນວ່າຜ່ານການລົງເຮັດວຽກກັບພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ແລະ ປະຊາຊົນ ເຫັນວ່າ ດິນທີ່ ຊຸດຕົວມີ ເນື້ອທີ່ທັງໝົດ 120,000 ຕາແມັດ, ມີປະຊາຊົນໄດ້ຮັບຜົນກະທົບ 19 ຄອບຄົວ, ພ້ອມນັ້ນຍັງມີເນື້ອທີ່ຄວາມສ່ຽງ ບໍລິເວນໃກ້ຄຽງອີກ 350,000 ຕາແມັດ. ພາຍຫຼັງສົມທົບກັບ 19 ຄອບຄົວ ແລະ ພາກສ່ວນກ່ຽວຂ້ອງຫາລື ເຫັນວ່າ ກໍານົດໄດ້ຫຼັກການ ຊົດເຊີຍ ເບື້ອງຕົ້ນ 2 ຫຼັກການຄື : ເຂດທີ່ດິນຊຸດຕົວ ປະຊາຊົນຈະຂາຍ ແລະ ບໍລິສັດເຫັນດີຊື້ເຂດດິນຊຸດຕົວ. ຫຼັກການທີ 2 ດິນທີ່ເຈື່ອນ ຫຼື ມີຄວາມສ່ຽງ ຈະເຮັດໃນຮູບແບບການເຊົ່າເປັນໄລຍະ ເຊິ່ງ ຈະໄດ້ເຮັດຮຽກງານຮ່ວມກັນໃນລາຍລະອຽດຕື່ມ.

ຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ຍົກຫຼາຍບັນຫາຂຶ້ນແລກປ່ຽນປຶກສາຫາລືຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ກໍານົດແຜນເຮັດວຽກຮ່ວມກັນໃນການລົງເຮັດວຽກ ແລະ ຕິດຕາມ ຕົວຈິງ.

ປັດຈຸບັນ ບໍລິສັດ ໄດ້ວ່າຈ້າງ ບໍລິສັດທີ່ປຶກສາ ມາຢັ້ງຢືນທາງທໍລະນີຟີຊີກ ຢູ່ພື້ນດິນວ່າມີການປ່ຽນແປງຄືແນວໃດ, ເພື່ອຊອກຫາຂໍ້ມູນທາງວິທະຍາສາດ ເພື່ອກໍານົດມາດຕະການປ້ອງກັນ ບໍ່ໃຫ້ເກີດຂຶ້ນອີກ ແລະ ເປັນຂໍ້ມູນ ຊີ້ແຈ້ງໃຫ້ ສັງຄົມຮັບຊາບ.


ໃນການລົງຕິດຕາມຄັງນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ພາຍຫຼັງໄດ້ລົງຕິດຕາມ-ກວດກາ ສະພາບຕົວຈິງ ແລະ ຂໍເອກະພາບບັນດາຄໍາເຫັນນໍາ ຄະນະທີ່ລົງມາໃນຄັ້ງນີ້ ໂດຍສະເພາະແມ່ນ ໃຫ້ກົມທໍລະນີສາດ ແລະ ບໍ່ແຮ່ ສົມທົບກັບ ພະແນກ ອຄ.ນວ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ສະພາແຫ່ງຊາດ, ອໍານາດການປົກຄອງເມືອງ ແລະ ບໍລິສັດ ໃຫ້ລົງຕິດຕາມຢ່າງໃກສິດ, ມີຄວາມເປັນເອກະພາບກັນໃນການແກ້ໄຂບັນຫາ ເພື່ອຫຼຸດຜ່ອນຜົນກະທົບ, ມີມາດຕະການເພີ່ມເຕີມ ຕິດຕາມເຂດທີ່ອາດມີການລາມໄປ, ສໍາລັບເຂດທີ່ມີຄວາມສ່ຽງ ໃຫ້ປະຊາຊົນຢຸດຕິກິດຈະກໍາກ່ອນ, ພ້ອມນັ້ນ ໃຫ້ກວດເບິ່ງລາຍຮັບທີ່ປະຊາຊົນສູນເສຍ ຈາກການຜະລິດມີເທົ່າໃດ ແລະ ຈະຫາກິດຈະກໍາໃດມາທົດແທນ ຫຼື ຊົດເຊີຍໃຫ້ປະຊາຊົນ.

ໃນໄລຍະທີ່ລໍຖ້າຊ່ຽວຊານເອກະລາດ ຈາກປະເທດເຢຍລະມັນ ທີ່ຈະມາຊ່ວຍເກັບກໍາຂໍ້ມູນ ເອົາໄປສຶກສາກວດຄືນທາງດ້ານເຕັກນິກ ແລະ ມີຄໍາແນະນໍາໃຫ້ກັບພວກເຮົານັ້ນ, ຄິດວ່າຈະນໍາໃຊ້ກົນໄກ ຂອງຄະນະທີ່ລົງມາແກ້່ໄຂນີ້. ໂດຍກົມທໍລະນີສາດ ແລະ ແຮ່ທາດ, ສົມທົບກັບ ພະແນກ ອຄ.ນວ, ສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ອໍານາດການປົກຄອງເມືອງ ຖ້າມີບັນຫາໃດ ທີ່ພວກເຮົາຄວນຈະດໍາເນີນການຕື່ມ ກໍ່ຍິນດີຮັບເອົາບັນຫາ ແລະ ພ້ອມເປັນໃຈກາງປະສານງານ -ລາຍງານບັນຫານີ້ໂດຍກົງ ເພື່ອມາຄົ້ນຄວ້າ ແລະ ຫາວິທີແກ້ໄຂໃນຂັ້ນຕໍ່ໄປ.

ແຫຼ່ງຂໍ້ມູນ: ຂ່າວອຸດສາຫະກຳ ແລະ ການຄ້າ

Powered by Blogger.