ພົບຮອຍຕໍ່ຂອງວິວັດທະນາການໃນແຂ້ຍຸກຈຸລາສິກ
ເມື່ອປີ 1996 ມີນັກສະສົມຊາກສັດບູຮານມືສະໝັກຫຼິ້ນຄົນໜຶ່ງຄົ້ນພົບຊາກດຶກດຳບັນ ຫຼື
ຟອສຊິ້ວ (Fossil) ຂອງສັດທີ່ລະບຸວ່າມີຊີວິດຢູ່ໃນຍຸກຈຸລາສິກ ໂດຍພົບບໍລິເວນພູເຂົາທາງຕາເວັນຕົກສຽງເໜືອຂອງປະເທດຮັງກາລີ
ແລະ ໄດ້ນຳມາເກັບໄວ້ ໃນພິພິຕະພັນໃນເມືອງບູດາເປສຕ໌
ຕໍ່ມານັກບັນພະຊີວິທະຍາ ແລະ
ນັກທໍລະນີວິທະຍາຈາກວິທະຍາໄລເອດິນເບີລະ ໃນສະກ໊ອດແລນ ໄດ້ຢິບຍົກເອົາຊາກຟອສຊິ້ວນີ້ມາສຶກສາຕໍ່ພົບວ່າຊາກນີ້ໃຫ້ຂໍ້ມູນເຊີງເລິກທີ່ບໍ່ຄືສັດຊະນິດອື່ນໆ
ຊາກຟອສຊິ້ວທີ່ໄດ້ຮັບຈາກການຕັ້ງຊື່ວ່າ Magyarosuchus Fitosi ເພື່ອເປັນກຽດແກ່ ແອັດຕິລາ ຟີໂຕສ
ນັກສະສົມຊາກດຶກດຳບັນຜູ້ຄົ້ນພົບເທື່ອທຳອິດ ທີ່ໜ້າຕື່ນເຕັ້ນຄືຟອສຊິ້ວດັ່ງກ່າວເຜີຍເຖິງຮອຍຕໍ່ທີ່ເຊື່ອມໂຍງວ່າແຂ້ເລີ່ມວິວັດທະນາການກາຍເປັນປາຄ່າ
ແລະ ປາວານເພັດຈະຄາດເມື່ອກວ່າ 180 ລ້ານປີທີ່ແລ້ວ
ຈາກການສຶກສາກະດູກເກາະຫຸ້ມຫາງ ແລະ ຄີທີ່ີມີຄວາມໂດດເດັ່ນສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງແຂ້ຍຸກຈຸລາສິກເນື່ອງຈາກໃນຍຸກດຽວກັນນັ້ນ
ແຂ້ບາງກຸ່ມກໍ່ມີເກາະດ້ານຫຼັງແລະທ້ອງ ລວມທັງແຂນຂາເໝາະແກ່ການຍ່າງເທິງບົກ ແຕ່ແຂ້ອີກກຸ່ມມີຄີຫາງແລະຕີນເປັດແຕ່ກັບວ່າບໍ່ມີເກາະຫຸ້ມ
ນັກບັນພະຊີວິທະຍາເຜີຍວ່າຊາກຟອສຊິ້ວທີ່ພົບເຫັນໃນຮັງກາລີນີ້
ເປັນສາຍພັນໃໝ່ໃນຕະກູນແຂ້ໃນຍຸກຈຸລາສິກ ເນື່ອງຈາກມີລັກສະນະຫຸ້ມເກາະໜັກແລະມີຄີຫາງ
ເຊິ່ງສະແດງເຖິງຄວາມເຊື່ອມໂຍງທີ່ຂາດຫາຍໄປລະຫວ່າງແຂ້ 2 ກຸ່ມດັ່ງກ່າວນັ້ນເອງ