ວິທີນີ້ໄດ້ໃຈຄົນຈີນ ຕຳຫຼວດໂຊການດັດນິໄສຄົນຂ້າມທາງບໍ່ເບິ່ງທາງ!!!
ສຳນັກງານຂ່າວຂອງຈີນລາຍງານວ່າ ເຈົ້າຫນ້າທີ່ຕໍາຫຼວດທ້ອງຖິ່ນໄດ້ອອກປາບປາມແລະດັດນິໄສຄົນທີ່ບໍ່ມີລະບຽບວິໄນ. ບໍ່ເຄົາລົບກົດລະບຽບການຈະລາຈອນຂ້າມທາງໂດຍບໍ່ເບິ່ງສັນຍານໄຟ. ວິທີການນີ້ໄດ້ຮັບກະແສຕອບຮັບແລະຄຳຍ້ອງຍໍຈາກສັງຄົມຢ່າງຫຼວງຫຼາຍ. ເນື່ອງຈາກວ່າມັນເປັນການແກ້ໄຂບັນຫາທີ່ດີຫຼາຍ.
ສໍາລັບຜູ້ທີ່ກະທຳຜິດກົດຈະລາຈອນນັ້ນ. ຈະມີທາງເລືອກໃຫ້ 2 ແບບຄື ນັ່ງເບິ່ງຄລິບປະຊາສຳພັນການໃຊ້ເສັ້ນທາງໃຫ້ຈົບ ຖືວ່າມັນເປັນຫລັກສູດການຝຶກອົບຮົມໄປໃນໂຕເລີຍ ຫຼື ຈະຂຽນຂໍ້ຄວາມ. "ຮັກສາກົດຈະລາຈອນ ເລີ່ມຕົ້ນໄດ້ຈາກພວກເຮົາ" ລົງໂລກໂຊຊ້ຽວ ແລະ ໃຫ້ຫມູ່ເພື່ອນກົດໄລ້ຂໍ້ຄວາມນັ້ນໃຫ້ຫຼາຍກວ່າ 20 ຄົນ ຈຶ່ງຈະຖືກປ່ອຍໂຕໄປໄດ້
ໂດຍຄວາມຄິດຂອງການລົງໂທດທີ່ເບົາເຊັ່ນນີ້ ໄດ້ຮັບຄຳຍ້ອງຍໍຈາກສັງຄົມອອນໄລນ໌ຂອງເມືອງຈີນຢ່າງຫຼວງຫຼາຍ ເພາະຫວັງວ່າຈະເຮັດໃຫ້ຜູ້ຄົນໃນສັງຄົມມີຈິດສຳນຶກ ແລະ ເຄົາລົບກົດລະບຽບຕ່າງໆໄດ້ຫຼາຍຂຶ້ນ