"ຫຼວງພຣະ" ພັດທະນາເປັນ"ນະຄອນ" ສະຫຼອງ 10 ມື້ ຮັບບຸນປີໃໝ່ລາວ
ເມື່ອວັນທີ 3 ເມສາ ເຟສບຸ໊ກເພຈສະໜັບສະໜຸນທ່ານທອງລຸນ ສີສຸລິດ ນາຍົກຣັດທະມົນຕຣີ ສປປ ລາວ ລາຍງານວ່າຂະນະນີ້ຝ່າຍປົກຄອງເມືອງຫຼວງພຣະບາງ ເມືອງມໍລະດົກໂລກ ຕຽມປະກາດໃຫ້ຫຼວງພຣະບາງເປັນ"ນະຄອນຫຼວງພຣະບາງ"ເພື່ອສະເຫຼີມສະຫຼອງວັນບຸນປີໃໝ່ລາວ 2013 ຫຼືວັນສົງການໂດຍໃນປີນີ້ຫຼວງພຣະບາງຈັດງານບຸນປີໃໝ່ຕັ້ງແຕ່ວັນທີ່ 10-20 ເມສາ ສະຫຼອງ 10 ມື້ລວດ
ສຳຫຼັບກົດໝາຍວ່າດ້ວຍການປົກຄອງສ່ວນທ້ອງຖິ່ນຂອງລາວ ບອກວ່າ"ນະຄອນ"ຄືເມືອງ ຫຼື ເຂດເທດສະບານທີ່ພັດທະນາໃນລະດັບສູງ ໂດຍມີເງື່ອນໄຂຄື ຕ້ອງມີພົນລະເມືອງ 60.000 ຄົນຂຶ້ນໄປ ແລະ ໃນເຂດໂຕເມືອງ ຫຼື ເຂດເທດສະບານຕ້ອງມີພົນລະເມືອງບໍ່ຕ່ຳກວ່າ 25,000 ຄົນ
ນອກຈາກນີ້ ຕ້ອງມີຄວາມໜາແໜ້ນຂອງປະຊາກອນ 900 ຄົນຕໍ່ຕາລາງກິໂລແມັດ ມີປະຊາກອນທີ່ປະກອບອາຊີບກະເສດຕະກຳໃນເຂດໂຕເມືອງບໍ່ເກີນ 25 ເປີເຊັນ ມີໂຄງສ້າງພື້ນຖານທີ່ພັດທະນາໃນລະດັບສູງ