ສະຫະຣັດຜະຫວາ ມືປືນສາວບຸກສຳນັກງານຢູທູບ ຍິງແຟນແລ້ວຍິງໂຕເອງ
ເມື່ອວັນທີ່ 4 ເມສາ ສຳນັກງານເອພີລາຍງານເຫດການຄວາມຮຸນແຮງຈາກອາວຸດປືນໃນອາເມຣິກາອີກຄັ້ງ. ຄັ້ງນີ້ເກີດຂື້ນທີ່ສຳນັກງານບໍລິສັດຢູທູບ ເວັບໄຊທ໌ຜູ້ໃຫ້ບໍລິການເຜີຍແພຄລີບວິດີໂອອອນໄລນ໌ສາຂາໃຫຍ່ຂອງໂລກ ໃນເມືອງ ຊານບຣູໂນ ຣັດແຄລິຟໍເນຍ ສະຖານີຟ໊ອກນິວສ໌ລະບຸກວ່າ ມືປືນທີ່ບຸກເຂົ້າໄປກໍ່ເຫດເປັນຜູ້ຍິງຜິວຂາວໃຊ້ຜ້າຄຸມໜ້າຕາ ຍິງແຟນໜຸ່ມກ່ອນຈຶ່ງຍິງໂຕເອງຕາຍໂດຍມີຜູ້ບາດເຈັບປະມານ 7 ຄົນ
ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດໃນເວລາ 12:46 ໂມງ ຂອງວັນທີ່ 3 ເມສາ ຕາມເວລາທ້ອງຖີ່ນ
ເມື່ອໄປຮອດກໍ່ພົບສົບມືປືນນອນເສີຍຊີວິດແລ້ວ ສ່ວນພະນັກງານຄົນອື່ນໆ
ອົບພະຍົບອອກມາຈາກອາຄານແລ້ວດ້ວຍຄວາມຕື່ນຕົກໃຈ
ພາບຈາກໂທລະພາບເຜີຍໃຫ້ເຫັນຜູ້ຄົນຟ້າວໜີອອກຈາກອາຄານໃນຂະນະທີ່ຍົກແຂນຂື້ນກາຍຫົວເພື່ອໃຫ້ຕຳຫຼວດເຫັນວ່າບໍ່ມີຄົນຮ້າຍແລະບໍ່ມີອາວຸດ
ເຈົ້າໜ້າທີ່ໂຮງໝໍສະແຕນຟອດ ຝັ່ງແຄລິຟໍເນີຍເໜຶອ
ແຈ້ງວ່າໄດ້ຮັບຜູ້ບາດເຈັບຈາກເຫດການມາ 4-5 ຄົນ
ສ່ວນເຈົ້າໜ້າທີ່ພິສູດສົບໄດ້ຮັບແຈ້ງໃຫ້ເຂົ້າໄປຍັງພື້ນທີ່ເກິດເຫດ
ສ່ວນທຳນຽບຂາວເຜີຍວ່າ ປະທານາທິບໍດີໂດນັນທຣັມ ຮັບຟັງລາຍງານສະຫຼຸບສະຖານະການແລ້ວຕິດຕາມຂ່າວຢ່າງໃກ້ຊິດເຫດການຄວາມຮຸນແຮງຈາກການໃຊ້ອາວຸດປືນກຳລັງເປັນປະເດັນທີ່ຂ່າວອາເມຣິກາຕໍ່ສູ້ກັນທາງສັງຄົມຢ່າງໜັກ ນັບຈາກເຫດມືປືນໜຸ່ມບຸກຍິງໃນໂຮງຮຽນມາຈໍຣີ ດັກລາດ ສະໂຕນແມນ ໃນຣັດຟໍຣິດາ ມີຜູ້ເສີຍຊີວິດຮອດ 17 ຄົນ ເມື່ອວັນວາເລນໄທນ໌ ທີ່ 14 ກຸມພາ ປີນີ້ວ່າຈະຕ້ອງຄອບຄຸມອາວຸດປືນກັນແນວໃດ