ພົບຮອຍຕີນ 'ໄດໂນເສົາ' ຫາຍາກຍຸກກ່ອນ ປະຫວັດສາດໃນສະກ໋ອດແລນດ໌


ພົບຮອຍຕີນ"ໄດໂນເສົາ"ກວ່າ 50 ຮອຍອາຍຸປະມານ 170 ລ້ານປິຫາຍາກໃນຍຸກກ່ອນປະຫວັດສາດໃນສະກ໋ອດແລນດ໌


ນັກວິໄຈມະຫາວິທະຍາໄລເອດີນບາຣະ ແລະ ສະຖາບັນບັນດິດວິທະຍາສາດຈີນ ພົບຮອຍຕີນໄດໂນເສົາ 50 ຮອຍ ອາຍຸປະມານ 170 ລ້ານປີ ທີ່ເກາະສະກາຍ ທາງຕາເວັນຕົກສຽງເໜຶອຂອງສະກ໋ອດແລນດ໌ ເຊິ່ງການຄົ້ນພົບເທື່ອນີ້ເຮັດໃຫ້ເຫັນສິ່ງສຳຄັນທີ່ຢູ່ໃນຊ່ວງກາງຍຸກຈຸລາຊິກ ເຊິ່ງຄາດວ່າເປັນຮອຍຕີນຂອງໄດໂນເສົາ 2 ໂຕ ຄື ໄດໂນເສົາຄໍຍາວຕະກູນຊໍໂຣພອດ ແລະ ຕະກູນເທີໂຣພອດ


ບາງຮອຍມີຂະໜາດໃຫຍ່ເທົ່າກັບຢາງລົດ ເຊິ່ງໜ້າຈະເປັນຂອງໄດໂນເສົາຕະກູນຊໍໂຣພອດ ທີ່ນັກວິໄຈເຊື່ອວ່າ ມີນ້ຳໜັກຫຼາຍກວ່າ 10 ໂຕ້ນ ແລະ ມີຄວາມຍາວເຖິງ 15 ແມັດ ຂະນະທີ່ການຄົ້ນພົບຮອຍຕີນໄດໂນເສົາຕະກູນເທີໂຣພອດໃນທະເລສາບ ບົ່ງບອກ ໄດໂນເສົາສາຍພັນນີ້ເລ່ລ່ອນຢູ່ບໍລິເວນນີ້ຕອນທີ່ພວກມັນບໍ່ໄດ້ອອກລ່າ


Powered by Blogger.