10 ອັນດັບສະຖານທີ່ທ່ອງທ່ຽວທີ່ງາມທີ່ສຸດໃນໂລກ


ສະຖານທີ່ທ່ອງທ່ຽວທີ່ງາມທີ່ສຸດໃນໂລກ


 The Grand Canyon, Arizona, U.S.A
ແກຼນແຄນຍອນ ມີຄວາມເລິກເຖິງ 1.600 ແມັດ ຍາວ 450 ກິໂລແມັດ ແລະ ໄດ້ຮັບການສັນນິຖານວ່າໜ້າຈະມີການແກະສະຫຼັກຈາກພື້ນໂລກ ໂດຍການກັດເຊາະຂອງກະແສນ້ຳຈາກແມ່ນ້ຳໂຄໂລຣາໂດ ຣັດແອຣິໂຊນາ ປະເທດສະຫະຣັດອາເມຣິກາ ໃນຊ່ວງປະມານ 6 ລ້ານປີມາແລ້ວ


 Mount Fuji, Japan
ພູເຂົາໄຟຟູຈິ ເປັນພູເຂົາທີ່ສູງທີ່ສຸດໃນຍີ່ປຸ່ນ ໂດຍມີຄວາມສູງເຖິງ 3,776 ແມັດ ເປັນສະຖານທີ່ທ່ອງທ່ຽວທີ່ມີຕາເວັນຂຶ້ນສວຍງາມຈັບຕາ ພູເຂົາຟູຈິເປັນພູເຂົາໄຟທີ່ສະຫງົບ ຫຼັງຈາກການປະທຸເທື່ອສຸດທ້າຍປີ ຄ.ສ 1708



Hanging Lake, Colorado, U.S.A
ທະເລສາບແຮັງກິ້ງໃນແຖບໂຄໂລຣາໂດ ສະຫະຣັດອາເມຣິກາ ເປັນທານນ້ຳຕົກທີ່ມີທະເລສາບເລັກນ້ອຍສວຍງາມ ນ້ຳສ່ອງປະກາຍສີຟ້າອ່ອນສວຍງາມ ເນື່ອງຈາກມີແຮ່ຫິນອ່ອນປະປົນຢູ່ໃນນ້ຳ ແລະ ເປັນໜຶ່ງໃນບໍ່ຈັກສະຖານທີ່ທີ່ດອກໂຄລຳໄບເຫຼືອງສາມາດຈະເລີນເຕີບໂຕໄດ້



 Machu Picchu, Peru
ມາຊູ ປິກຊູ ແຫ່ງເປຣູ ຖືກຄົ້ນພົບອີກເທື່ອໃນປີ ຄ.ສ 1911 ຊາກອະລິຍະທຳແຫ່ງນີ້ຢູ່ສູງຈາກລະດັບນ້ຳທະເລ 2,429 ແມັດ ເປັນສູນກາງຄວາມສຳຄັນຂອງບູຮານຄະດີຂອງອາເມຣິກາໃຕ້ ແລະ ໄດ້ຮັບເລືອກເປັນໜຶ່ງໃນເຈັດສິ່ງມະຫັດສະຈັນຂອງໂລກຍຸກໃໝ່



St Lucia, West India
ຖ້າເບິ່ງໃນແງ່ຄວາມໂຣແມນຕິກ St Lucia ແຫ່ງອິນເດຍຕາເວັນຕົກ ຕ້ອງຕິດ 1 ໃນ 3 ອັນດັບຕົ້ນໆຂອງໂລກແນ່ນອນ ນອກຈາກບັນຍາກາດທີ່ສວຍງາມແລ້ວ ທີ່ນີ້ຍັງມີຣີສອດ Ladera ທີ່ພັກຊື່ດັງທີ່ໃຫ້ບໍລິການຫ້ອງພັກສຸດຫຼຸຫຼາ ດ້ວຍຝາພຽງ 3 ດ້ານ ອີກ 1 ດ້ານປ່ອຍໃຫ້ໂລ່ງເປົ່າ ພ້ອມສະລອຍນ້ຳບໍ່ມີຂອບ ເພື່ອຮັບຊົມທິວທັດມະຫາສະໝຸດແລະພະອາທິດຕົກໄດ້ຢ່າງເຕັມຕາ



 The Himalayas, Asia
ພູເຂົາຮິມາໄລ ປຽບເໝືອນສະຖານທີ່ພົບຮັກຂອງຝືນດິນແລະແຜ່ນຟ້າ ຍອດພູສູເອເວີເຣດສ໌ ແລະ ເຄທູ ກໍ່ຕັ້ງຢູ່ຫັ້ນ



The Sahara Desert, Northern Africa
ທະເລຊາຍຊາຮາຣ່າ ເປັນທະເລຊາຍໃນທະວີບແອັບຟຣິກາທີ່ມີຂະໜາດໃຫຍ່ເປັນອັນດັບໜຶ່ງຂອງໂລກ ມີເນື້ອທີ່ຫຼາຍກວ່າ 9,000,000 ຕາລາງກິໂລແມັດ ທຽບໄດ້ກັບຂະໜາດຂອງປະເທດສະຫະຣັດອາເມຣິກາເລີຍ



Milford Sound, New Zealand
ຍອດຜາສູງກວ່າ 1,219 ແມັດ ສວຍສົດງົດງາມໄຜດ້ວຍທຳມະຊາດ ແລະ ອ້ອມຮອບໄປດ້ວຍບັນຍາກາດອັນແສນສົດຊື່ນ ມີນ້ຳຕົກໄຫຼຫຼັ່ງກາງປ່າດິບຊຸ່ມມິວຟອດ ຊາວ ໜຶ່ງໃນຈຸດໝາຍປາຍທາງອັນແສນວິເສດ ທາງແຄມຝັ່ງຕາເວັນຕົກສຽງໃຕ້ຂອງປະເທດນິວຊີແລນ



 Hawaii Volxanoes National Park, Hawaii, U.S.A
ອຸດທະຍານແຫ່ງຊາດພູເຂົາໄຟຮາວາຍຕັ້ງຢູ່ທີ່ໝູ່ເກາະຮາວາຍ ປະເທດສະຫະຣັດອາເມຣິກາ ຫ່າງຈາກແຄມຝັ່ງສະຫະຣັດອາເມຣິກາປະມານ 3,700 ກມ. ຮາວາຍຖືວ່າເປັນໝູ່ເກາະທີ່ມີຄວາມເປັນເອກະເທດ ພືດ ແລະ ສັດທີ່ອາໄສຢູ່ທີ່ນີ້ລ້ວນແລ້ວແຕ່ມີວິວັດທະນາການຫຼາຍກວ່າ 70 ລ້ານປີ ແລະ ເກືອບທັງໝົດນັ້ນເປັນພັນທີ່ມີທີ່ນີ້ທີ່ດຽວ



The Iguazu Waterfalls, Argentina-Brazil Border, S. America
Iguazu ໜຶ່ງໃນນ້ຳຕົກອັນສວຍງາມແລະໜ້າອັດສະຈັນ ທີ່ຢູເນສໂກຍົກໃຫ້ເປັນ 1 ໃນມໍລະດົກໂລກ ທີ່ພື້ນທີ່ຄອບຄຸມທັງເຂດແດນປະເທດເບຼຊິນ ແລະ ອາເຈນຕິນາ ປະກອບດ້ວຍນ້ຳຕົກນ້ອຍໃຫຍ່ກວ່າ 270 ແຫ່ງ ແຕ່ລະແຫ່ງມີຄວາມຍາວຫຼາຍກວ່າ 1,609 ແມັດ ແລະ ສ່ວນໃຫຍ່ມີຄວາມສູງຢູ່ປະມານ 70 ແມັດ


Powered by Blogger.