ໂຊກບໍ່ເຂົ້າຂ້າງໂຈນ! ໂຈນປົ້ນຮ້ານຄຳ ຢູ່ທີ ຈັງຫວັດປະທຸມທານີ ໝີບໍ່ພົ້ນຕິດປະຕູ ນິລະໄພ ໂຈນຍອມສົ່ງຄຳຄືນກ່ອນທີ່ຈະພັງປະຕູໜີໄປໄດ້
ກ້ອງວົງຈອນປິດຢູ່ໃນຮ້ານຄຳໄດ້ບັກທືກພາບໂຈນເປັນຜູ້ຊາຍຜິວດຳແດງໃສ່ຜ້າປິດປາກບັງໜ້າເຮັດທຳທ່າເປັນລູກຄ້າເຂົ້າມາຊື້ຄຳ
ສອງສະລຶງ ຈຳນວນ ສອງເສັ້ນ ຈາກນັ້ນກໍ່ຈັບຄຳອີກ 1 ເສັ້ນແລ່ນໄປຫາປະຕູໜ້າຮ້ານເພື່ອຈະໜີ ແຕ່ໂຊກບໍ່ເຂົ້າຂ້າງ
ປະຕູມີນິລະໄພລັອກອັດຕະໂນມັດ
ເມື່ອໂຈນອອກຈາກຮ້ານໄປບໍ່ໄດ້ກໍ່ຕ້ອງຍອມຈຳເປັນເອົາຄຳມາສົ່ງເຈົ້າຂອງຮ້ານ
ແລ້ວຍົກມືຈົບຂໍໂທດເຈົ້າຂອງຮ້ານ ແລ້ວກັບໄປປະຕູພະຍາຍາມພັງປະຕູໜີແລ້ວຂີ່ລົດຈັກລົບໜີໄປ
ລ່າສຸດ ຕຳຫລວດສາມາດຄວບຄຸມໂຕຄົນຮ້າຍໄດ້ແລ້ວເປັນຊາຍໄວລຸ້ນພ້ອມລົດຈັກທີ່ໃຊ້ກໍ່ເຫດໃນຂະນະກຳລັງລົບໜີຢູ່ທີ່ບໍລິເວນຖົນທາງປະທຸມທານີ-ສາມໂຄກ
ສາຍໃນ