ສະພາໃຕ້ຫວັນປ່ວນ ຖົກປະຕິຮູບບຳນານ



.ສ ພັກຣັດຖະບານ ພັກປະຊາທິປະໄຕກ້າວໜ້າ (DPP) ແລະ ພັກຝ່າຍຄ້ານ ກົ໊ກໝິນຕັ໋ງ (KMT) ຂອງໃຕ້ຫວັນຮ້ອງດ່າກັນສະນັ່ນ ເຂົ້າຢື້ຢຸດດຶງກັນຢ່າງວຸ້ນວາຍລະຫວ່າງພິຈາລະນາຮ່າງກົດໝາຍ ປັບລົດເງິນກອງທຶນບຳນານທະຫານຜ່ານເສິກໃນທີ່ຫ້ອງປະຊຸມສະພາ ເມື່ອ 20 ເມສາ ທີ່ຜ່ານມາ ເຊິ່ງເປັນສ່ວນໜຶ່ງໃນການສະເໜີປັບລົດງົບປະມານ ແລະ ຍົກເຄື່ອງກອງທຶນບຳເນັດບຳນານອື່ນໆເພື່ອບໍ່ໃຫ້ລົ້ມລະລາຍ ແຕ່ໄດ້ຮັບກະແສຕໍ່ຕ້ານທັງຈາກກຸ່ມທະຫານຜ່ານເສິກ ແລະ ກຸ່ມຜູ້ເສຍຜົນປະໂຫຍດອື່ນໆຈົນຄະແນນນິຍົມຂອງປະທານາທິບໍດີໄຊ່ ອິງ-ເຫວິນ ຕົກຕ່ຳລົງນັບແຕ່ຊະນະເລືອກຕັ້ງເມື່ອ 2 ປີກ່ອນ

ເຫດວຸ້ນວາຍໃນສະພາເກີດຂຶ້ນຂະນະຮ່າງ ກ.ມ ດັ່ງກ່າວຖືກນຳເຂົ້າສະພາເທື່ອທຳອິດ ໂດຍ ສ.ສ  ຝ່າຍຄ້ານຍັງຕ້ອງການໃຫ້ ສ.ສ ຣັດຖະບານຄົນໜຶ່ງຂໍໂທດຫຼັງເອີ້ນກຸ່ມທະຫານຜ່ານເສິກທີ່ປະທ້ວງປະຕິຮູບວ່າເປັນພວກຄົນໂລບມາກ ນາງໄຊ່ ອິງ-ເຫວິນ ເຄີຍຍອມຮັບວ່າການປະຕິຮູບອາດເຮັດໃຫ້ຫຼາຍຄົນບໍ່ພໍໃຈ ແຕ່ຕ້ອງເຮັດເພື່ອໃຫ້ລະບົບບຳນານຢັ້ງຢືນໂດຍຂອງເຈົ້າໜ້າທີ່ໜ່ວຍງານຣັດໄດ້ສິດທິປະໂຫຍດດີກວ່າຄົນງານພາກອື່ນໆ ແຕ່ກໍ່ຕ້ອງສູນເສຍງົບຫຼາຍ ຣັດຖະບານຈຶ່ງເລັ່ງປະຕິຮູບ ອີກທັງຫຼາຍກອງທຶນສ່ຽງລົ້ມລະລາຍຢ່າງໄວທີ່ສຸດໃນປີ 2020 ນີ້ ຖ້າບໍ່ມີການຍົກເຄື່ອງລະບົບ
Powered by Blogger.