ພະຫວາສຸດໆ! ສາວຣັດເຊຍໃຊ້ມີດປາດຄໍໂຕເອງໃນຮ້ານສະດວກຊື້ ລະທຶກເມືອງປ່າຕອງ (ມີຄລິບ)
ເມື່ອວັນທີ່ 6 ເມສາ ຜູ້ປະສານຂ່າວລາຍງານວ່າ ໃນໂລກໂຊຊ້ຽວໃນ ຈັງຫວັດພູເກັດ ໄດ້ເຜີຍແຜ່ພາບຍິງສາວຄົນຕ່າງຊາດຄົນໜື່ງ ໃຊ້ມີດປາດຄໍໂຕເອງພາຍໃນຮ້ານສະດວກຊື້ແຫ່ງໜື່ງໃນ ຕຳບົນປ່າຕອງ ອຳເພີກະທູ້ ຈັງຫວັດພູເກັດຈົນເຕັມໄປດ້ວຍເລືອດທົ່ວພື້ນ ໂດຍຄລິບດັ່ງກ່າວພົບວ່າພະນັກງານຮ້ານສະດວກຊື້ພະຍາຍາມຫ້າມແລ້ວແຕ່ບໍ່ໄດ້ຜົນ ຈຶ່ງແຈ້ງຕຳຫຼວດແລະເຈົ້າໜ້າທີ່ກູ້ໄພພ້ອມກັບໄດ້ບັນທືກພາບວີດິໂອຂະນະທີ່ຍິງສາວກຳລັງໃຊ້ມີດທຳຮ້າຍໂຕເອງໄວ້ໄດ້ລະຫວ່າງຖ້າເຈົ້າໜ້າທີ່ມາຮອດ
ຜູ້ປະສານຂ່າວໄດ້ກວດສອບເບື້ອງຕົ້ນຮູ້ວ່າເຫດການດັ່ງກ່າວເກີດຂື້ນເມື່ອເວລາປະມານ 8:33 ໂມງ ຂອງວັນທີ່ 6 ເມສາ ຂະນະທີ່ພະນັກງານຮ້ານສະດວກຊື້ສາຂາອຳມະຕະເສັ້ນທາງຣາດຊະອຸທິດ 200 ປີ ຕຳບົນປ່າຕອງ ອຳເພີກະທູ້ ຈັງຫວັດພູເກັດ ກຳລັງເຮັດວຽກຕາມປົກກະຕິ ມີຍິງຊາວຣັດເຊຍ ອາຍຸ 41ປີ ເຂົ້າມາພາຍໃນຮ້ານສະດວກຊື້ແລະໃຊ້ມີດປາດຄໍໂຕເອງຈົນເລືອດເຕັມພື້ນ ພະນັກງານພະຍາຍາມຫ້າມແນວໃດກະບໍ່ເປັນຜົນ ຈຶ່ງໂທແຈ້ງຕຳຫຼວດ ສະຖານີປ່າຕອງ ແລະເຈົ້າໜ້າທີ່ມູນລະນິທິກຸສົນລະທຳພູເກັດເຂົ້າມາກວດສອບ ກ່ອນເຈົ້າໜ້າທີ່ຈະນຳໂຕສົ່ງໂຮງໝໍປ່າຕອງແລ້ວສົ່ງຕໍ່ໄປຫາໂຮງໝໍວິຊິລະພູເກັດໃນເວລາຕໍ່ມາ
ສອບຖາມໄປຍັງພົນຕຳຫຼວດຕຣີເອກໄຊ ສິຣິ ວ່າ ຫລັງຈາກເຈົ້າໜ້າທີ່ກູ້ໄພນຳສົ່ງຜູ້ບາດເຈັບໄປໂຮງໝໍວະຊິລະພູເກັດ ໄດ້ສັ່ງການໃຫ້ຕຳຫຼວດທ່ອງທ່ຽວເຂົ້າເບີ່ງອາການໂດຍລ່າສຸດຜູ້ບາດເຈັບ ໄດ້ພັກຮັກສາໂຕຢູ່ທີ່ຕືກໄສຍະກຳກະດູກໂຮງໝໍວະຊິລະພູເກັດ ໂດຍອາການປອດໄພຂະນະແພດໄດ້ເຮັດການຫຍິບບາດແຜທີ່ລຳຄໍແລະໃຫ້ຢາຕາມອາການ ເຊີ່ງຄົນເຈັບຍັງບໍ່ຍອມສື່ສານໃຫ້ຄຳຕອບໃດໆກັບເຈົ້າໜ້າທີ່ໄດ້ ຂະນະນີ້ຈື່ງຍັງບໍ່ຮູ້ສາເກດທີ່ຊັດເຈນ