ໄຟໄໝ້ຄາຣາໂອເກະໃນຈີນ ຕາຍຢ່າງໜ້ອຍ 18 ສົບ ຄາດວ່າເປັນການວາງລະເພີງ


ເກີດເຫດໄຟໄໝ້ຄາຣາໂອເກະ ໃນເມືອງຊິງຫຍວນ ຂອງມົນທົນກວາງຕຸ້ງ ຕາຍຢ່າງໜ້ອຍ 18 ສົບ ເຈັບອີກ 5 ຕຳຫຼວດ ຄາດວ່າຖືກມືດີວາງເພີງ

ສຳນັກຂ່າວ “ຊານັນນິວສ໌ເອເຊຍ” ລາຍງານເຫດໄຟໄໝ້ຮຸນແຮງໃນຮ້ານຄາຣາໂອເກະ 3 ຊັ້ນ ໃນເມືອງຊິງຫຍວນ ຂອງມົນທົນກວາງຕຸ້ງ ເຊິ່ງລ່າສຸດ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 18 ສົບແລະມີຜູ້ບາດເຈັບອີກ 5 ຄົນ

ລາຍງານຂ່າວລະບຸວ່າ ໄຟໄໝ້ຢ່າງຮຸນແຮງເທື່ອນີ້ ເກີດເມື່ອຊ່ວງກາງເດິກ ໂດຍເຈົ້າໜ້າທີ່ໄດ້ເລັ່ງຄວບຄຸມໄຟໄໝ້ ແລະ ສາມາດຄວບຄຸມໄຟໄໝ້ໄດ້ທັງໝົດໃນເວລາປະມານ 1 ໂມງຕາມເວລາທ້ອງຖິ່ນຂອງຈີນ

ຕຳຫຼວດກຳລັງຫາຂໍ້ສະຫຼຸບຂອງຕົ້ນຕໍຂອງໄຟໄໝ້ເທື່ອນີ້ຜ່ານເວັບໄຊທ໌ “ເວີຍປໍ໋” ວ່າໜ້າຈະເປັນການວາງເພີງຮ້ານຄາຣາໂອເກະແຫ່ງນີ້
Powered by Blogger.