ເຈົ້າຍິງເຄດໃສ່ຊຸດສີແດງ ຄືກັບເຈົ້າຍິງໄດອານາຫຼັງມີປະສູດທາຍາດ
ເຈົ້າຍິງເຄດ
ຊົງສະແດງຄວາມລະລຶກເຖິງເຈົ້າຍິງໄດອານາ ເລືອກໃສ່ຊຸດກະໂປ່ງສີແດງ ຂະນະຊົງອູ້ມພະໂອລົດອົງນ້ອຍມາພົບກັບປະຊາຊົນເທື່ອທຳອິດຫຼັງປະສູດ
ຄືເຈົ້າຍິງໄດອານາເຄີຍໃສ່ໃນອາດີດ
ເມື່ອ 24 ເມສາ
2018 ເວັບໄຊທ໌ມິເຣີ້ ລາຍງານຄວາມຮັກຂອງເຈົ້າຊາຍວິນລ້ຽມ ລາຊາແຫ່ງເຄມບລິດ ແລະ ເຈົ້າຍິງແຄເທີຣີນ
ດັສເຊສ ແຫ່ງເຄມບລິດ ທີ່ຊົງມີພະມານດາ ເຈົ້າຍິງໄດອານາ ຜູ້ລ່ວງລັບ ຊົງເຮັດໃຫ້ເຈົ້າຍິງແຄເທີຣີນ
ຫຼື ເຈົ້າຍິງເຄດ ຊົງເລືອກທີ່ຈະລະລຶກເຖິງເຈົ້າຍິງໄດອານາ ໂດຍໄດ້ສະຫຼອງພະອົງໃນຊຸດກະໂປ່ງແດງ
ຄືກັນກັບເຈົ້າຍິງໄດອານາຊົງເຄີຍສວມໃສ່ຊຸດກະໂປ່ງສີແດງ ຄໍສີຂາວ ຫຼັັງມີປະສູດເຈົ້າຊາຍແຮຣີ້
1984 ແລະ ໄດ້ຊົງອູ້ມເຈົ້າຊາຍແຮຣີ້ອອກມາພົບກັບປະຊາຊົນເທື່ອທຳອິດທີ່ດ້ານນອກອາຄານລິນໂດ
ວິງ ຂອງໂຮງໝໍ ເຊັນ ແມຣີ້ ຫຼື ເມື່ອ 34 ປີກ່ອນ
ພາບອາດີດເຈົ້າຍິງໄດອານາຊົງອູ້ມເຈົ້າຊາຍແຮຣີ້
ຂະນະສະເດັດມາພົບກັບປະຊາຊົນໜ້າອາຄານລິນໂດ ວິງ ປີ 1984
ເຈົ້າຍິງເຄດອູ້ມໂອລົດອົງນ້ອຍ
ຂະນະນຳອອກມາພົບກັບປະຊາຊົນຫຼັງມີການປະສູດ