"ທຣັ້ມ" ອອກໂຕຍົກຍ້ອງ "ຄິມ ຈອງ ອືນ" ເປັນຜູ້ນຳທີ່ມີກຽດຢ່າງຍິ່ງ
ປະທານາທິບໍດີໂດນັນ
ທຣັ້ມຂອງສະຫະຣັດກ່າວຍົກຍ້ອງທ່ານຄິມ ຈອງ ອືນ
ຜູ້ນຳເກົາຫຼີເໜຶອວ່າເປິດກວ້າງແລະເປັນຄົນທີ່ມີກຽດຢ່າງຍິ່ງ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງວໍຊີງຕັນ ປະເທດສະຫະຣັດອາເມຣິກາ ເມື່ອວັນທີ 24 ເມສາ ວ່າ ປະທານາທິບໍດີໂດນັນທຣັ້ມ
ຂອງສະຫະຣັດຖະແຫຼງຂ່າວຕໍ່ນັກຂ່າວຂະນະເປັນເຈົ້າພາບຮັບຮອງການເດີນທາງມາຢາມທຳນຽບຂ່າວຢ່າງເປັນທາງການຂອງປະທານາທິບໍດີເອັມມານູເອວ
ມາຄົງ ຂອງຝຣັ່ງວ່າ ທ່ານຄິມ ຈອງ ອືນ ຜູ້ນຳເກົາຫຼີເໜຶອເປັນບຸກຄົນທີ່ເປີດກ້ວາງຫຼາຍແລະເປັນບຸກຄົນທີມີກຽດຢ່າງຫຍິ່ງ
ເພາະຜູ້ນຳເກົາຫຼີເໜືອໄດ້ສະແດງອອກເຖິງຄວາມຕ້ອງການທີ່ຈະໄດ້ພົບກັບເຂົາໂດຍໄວທີສຸດເທົ່າທີຈະເຮັດໄດ້
ເຊີ່ງທີ່ຜ່ານມາໄດ້ມີການຫາລືກັນຢ່າງດີ ແຕ່ຜູ້ນຳສະຫະຣັດກໍ່ຄາດໝາຍວ່າ
ການປະຊຸມສຸດຍອດຮ່ວມກັນລະຫວ່າງເຂົາກັບເກົາຫຼີເໜຶອອາດຈະມີຂື້ນໄດ້ກ່ອນສີ້ນເດືອນມິຖຸນານີ້
ປະທານາທິບໍດີທຣັ້ມກ່າວອີກວ່າ
ມີຄຳສັນຍາຫຼວງຫຼາຍຈາກເກົາຫຼີເໜຶອເກີດຂື້ນໃນຊ່ວງຫຼາຍປີທີ່ຜ່ານມາ
ແຕ່ເຮົາກໍ່ຍັງບໍ່ໄດ້ຢູ່ໃນສະຖານະທີ່ຈະເຮັດຕາມນັ້ນໄດ້ຢ່າງໃດກໍ່ຕາມ ຜູ້ນຳສະຫະຣັດກ່າວຢ້ຳວ່າ
ເຂົາຈະຖອນໂຕຈາກການປະຊຸມສຸດຍອດກັບເກົາຫຼີເໜືອຫາກບໍ່ບັງເກີດຜົນໃດໆຂື້ນມາໃນວັນສຸກທີ່ 27 ເມສານີ້
ທ່ານຄິມ ຈອງ ອືມ ຜູ້ນຳສູງສຸດຂອງເກົາຫຼີເໜຶອມີກຳໜົດພົບເຈລະຈາຄັ້ງປະຫວັດສາດກັບປະທານາທິບໍດີມຸນ
ແຈ-ອືນ ຂອງເກົາຫຼີໃຕ້ທີ່ເຮືອນສັນຕິພາບໝູ່ບ້ານປັນມຸນຈອມ
ເຂດປອດທະທານບໍລິເວນພົມແດນເກົາຫຼີເໜຶອແລະເກົາຫຼີໃຕ້ເປັນການປະຊຸມຫາລືຂອງຜູ້ນຳສູງສຸດໃນການດຳເນີນຄວາມພະຍາຍາມທາງການທູດຂອງປະເດັນອາວຸດນິວເຄລຍເທິງມະຫາສະໝຸດເກົາຫຼີເປັນທີ່ສຳຄັນ