ຄ່າແຮງຂັ້ນຕ່ຳຂຶ້ນ ພ້ອມຄ່າລົດເມກໍ່ຂຶ້ນ! ລົດເມໂດຍສານທົ່ວນະຄອນຫຼວງຈະໄດ້ປັບຄ່າໂດຍສານຂຶ້ນໃນ 1ພຶດສະພານີ້
25 ເມສາ 2018
ທີ່ຜ່ານມານີ້ ຣັດວິສາຫະກິດນະຄອນຫຼວງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ
ໄດ້ອອກແຈ້ງການຈະໄດ້ປັບປຸງລາຄາຂົນສົ່ງໂດຍສານບາງເສັ້ນທາງໃນນະຄອນຫຼວງແລະ
ຈະໄດ້ຂຶ້ນຄ່າບໍລິການລົດປະຈຳທາງໃນ 1 ພຶດສະພານີ້
ຈະໄດ້ປັບລາຄາຂຶ້ນແຕ່1,000ກີບຈົນຮອດ5,000ກີບຕາມນີ້
ເສັ້ນທາງຂົວມິດຕະພາບ-ທ່າເດື່ອ ປັບເປັນ 8,000 ກີບ, ທ່າງ່ອນ ປັບເປັນ 7,000 ກີບ, ດົງໂດກ,ໂພນຕ້ອງ,ດອນປ່າໃໝ່ ປັບເປັນ
4,000 ກີບ, ດົງຄຳຊ້າງ, ທົ່ງປົ່ງ, ໜອງແຕ່ງ ປັບເປັນ 5,000 ກີບ, ເມືອງສັງທອງແລະເພຍລາດ ປັບເປັນ 20,000 ກີບ, ນ້ຳຊ່ວງ ປັບເປັນ 12,000 ກີບ