ພາຍຸລະດູຮ້ອນທະລົ່ມນະຄອນຫຼວງ ສິ່ງປູກສ້າງເປ່ເພພິນາດ ເສົາໄຟຫັກ ສາຍໄຟຂາດ


ວານນີ້ 25 ເມສາ 2018 ໃນຊ່ວງຕອນແລງ ພາຍຸລະດູຮ້ອນໄດ້ເຂົ້າໂຈມຕີຫຼາຍເມືອງໃນນະຄອນຫຼວງ ເປັນເຫດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍແລະຕີວົງກວ້າງຫຼາຍບ້ານ ໂດຍສະເພາະ 4 ເມືອງຫຼັກໆເຊັ່ນ: ໄຊເສດຖາ, ສີສັດຕະນາກ, ນາຊາຍທອງ ແລະ ສີໂຄດຕະບອງ ມີທັງເສົາໄຟຫັກ, ສາຍໄຟຂາດ ແລະ ຍັງອີກຫຼາຍຢ່າງທີ່ເປ່ເພເສຍຫາຍຍ້ອນພາຍຸລະດູຮ້ອນ




ດັ່ງນັ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກມາແຈ້ງການແລ້ວກ່ອນໜ້ານີ້ເມື່ອ 2-3 ມື້ທີ່ຜ່ານມາວ່າລະຫວ່າງວັນທີ່ 25-27 ຈະມີລົມພັດແຮງ, ມີຝົນຕົກ, ຟ້າຮ້ອງ ແລະ ໝາກເຫັບຕົກ ເຊິ່ງເກີດຈາກຄວາມກົດອາກາດສູງຈາກຈີນພັດເຂົ້າປົກຄຸມ ແຕ່ເໜືອຫາກາງ


 ສະນັ້ນທາງຝ່າຍກົມໄຟຟ້າຈຶ່ງແຈ້ງມາໃຫ້ປະຊາຊົນໄດ້ຮັບຮູ້ວ່າພວກເຂົາກຳລັງເລັ່ງມືສ້ອມແປງສາຍໄຟເພື່ອໃຫ້ພົນລະເມືອງໄດ້ໃຊ້ໄຟຟ້າປົກກະຕິ ຄິດວ່າຈະແລ້ວພາຍໃນໄວໆນີ້




Powered by Blogger.