ສະຫະຣັດເຊື່ອຄົນຂັບລົດແລ່ນຕຳໃສ່ຝູງຊົນໃນແຄນນາດາເປັນການກໍ່ການຮ້າຍ


ເຈົ້າໜ້າທີ່ຄວາມໝັ້ນຄົງສະຫະຣັດເຊື່ອເຫດການຄົນຂັບລົດແລ່ນຕຳຝູງຊົນໃນໂຕຣອນໂຕເປັນການກໍ່ການຮ້າຍ

ແຫຼ່ງຂ່າວດ້ານຄວາມໝັ້ນຄົງຂອງສະຫະຣັດເຊື່ອວ່າ ເຫດການຄົນຂັບລົດຕູ້ແລ່ນຕຳໃສ່ຝູງຄົນທີ່ກຳລັງຍ່າງຢູ່ເທິງຫົນທາງຕອນເໜືອຂອງໂຕຣອນໂຕ ປະເທດແຄນາດາ ເຊິ່ງເປັນເຫດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ບາດເຈັບອີກ 16 ຄົນນັ້ນ ເປັນການກໍ່ການຮ້າຍ

ໂດຍລະບຸວ່າ ບໍ່ມີເຫດຜົນໃດໆ ທີ່ຈະເຮັດໃຫ້ເຊື່ອວ່າ ເຫດການດັ່ງກ່າວເປັນອຸປະຕິເຫດ ທາງດ້ານເຈົ້າໜ້າທີ່ຕຳຫຼວດເມືອງໂຕຣອນໂຕເປີດເຜີຍວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ຈັບໂຕເຈົ້າຊາຍຜູ້ຕ້ອງສົງໄສ 25 ປີ ຄືທ້າວອາເລັກ ມິນິສຊຽນ ເຊິ່ງໃນເບື້ອງຕົ້ນພົບວ່າບໍ່ມີປະຫວັດອາດສະຍາກຳ ແລະ ຂະນະນີ້ທາງເຈົ້າໜ້າທີ່ຍັງບໍ່ຮູ້ແຮງຈູງໃຈໃນການກໍ່ເຫດເທື່ອນີ້

ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 13:30 ຕາມເວລາທ້ອງຖິ່ນມື້ວານນີ້ ຢ່າງໃດກໍ່ຕາມ ເຫດການບໍ່ຄາດຝັນເທື່ອນີ້ໄດ້ສົ່ງຜົນກະທົບຕໍ່ການປະຊຸມຣັດຖະມົນຕຣີຕ່າງປະເທດກຸ່ມ G7 ເຊິ່ງກຳລັງຈັດຂຶ້ນທີ່ເມືອງໂຕຣອນໂຕໃນຂະນະນີ້ ໂດຍກຸ່ມ G7 ປະກອບໄປດ້ວຍ ອັງກິດ ແຄນາດາ ຝຣັ່ງ ເຍຍລະມັນ ອິຕາລີ ຍີ່ປຸ່ນ ສະຫະຣັດອາເມຣິກາ ແລະ ມະຫະພາບຢູໂຣບ
Powered by Blogger.