ຄົນຮ້າຍງັດເຮືອນປະຊາຊົນກ່ອນຍົກສອງນິ້ວໃຫ້ກ້ອງວົງຈອນປິດ ບໍ່ຈັກມື້ຕຳຫຼວດຈັບໂຕໄດ້ພາໄປຈຸດເກົ່າທີ່ເຄີຍຍົກສອງນິ້ວ ຂະນະທີ່ໂຈນສຸດກວນລາຍນີ້ຢືນຄໍຕົກ


ມື້ວັນທີ່ 3 ເມສາ ອົງການຂ່າວ Xinhua ລາຍງານວ່າ ຊາວບ້ານໃນເຂດ ຫວນຊຸຍ, ເມືອງເວີຍໄຫ່, ແຂວງ ຊານຕົງ ປະເທດຈີນ ໄດ້ຖືກໂຈນງັດເຮືອນແລະໄດ້ຊັບສິນໄປແລ້ວ ປະມານ 4,000 ຢວນຫຼືປະມານ 530.000 ກີບ ໃນວັນທີ 24 ມີນາຜ່ານມາ. ໂຈນສຸດກວນດັ່ງກ່າວໄດ້ຍ່າງຜ່ານພື້ນທີ່ທີ່ມີກ້ອງວົງຈອນປິດ ກ່ອນທີ່ຜູ້ກ່ຽວຈະເບິ່ງກ້ອງແລະຍົກສອງນິ້ວໃຫ້ ປະມານວ່າໄດ້ປະຕິບັດການສຳເລັດຮຽບຮ້ອຍແລ້ວ


ຫລັງຈາກ 4 ມື້, ໂຈນໄດ້ຖືກກັກໂຕໄດ້ຢູ່ໂຮງແຮມແຫ່ງໜຶ່ງໃນເມືອງ ຢຽນໄຖ. ໂດຍມີຊື່ວ່າ ແຊ່ເຈ່ຍ. ຕໍາຫຼວດໄດ້ເອົາທ້າວເຈ່ຍກັບໄປບ່ອນສະຖານທີ່ເດີມ. ຄືບ່ອນທີ່ມີກ້ອງວົງຈອນປິດ ສາມາດຈັບພາບໂຈນລາຍນີ້ໄວ້ໄດ້. ໂດຍເທື່ອນີ້ຄົນທີ່ຍົກສອງນິ້ວກັບເປັນຕຳຫຼວດ ສ່ວນທ້າວເຈ່ຍແມ່ນຢືນຄໍຕົກຢູ່

ອີງຕາມການລາຍງານບອກວ່າ ທ້າວເຈ່ຍ ເຄີຍກໍ່ຄະດີລັກຊັບ ແລະ ຖືກຈັບມາແລ້ວຫຼາຍເທື່ອ ເຊິ່ງຜູ້ກ່ຽວຫາກໍ່ພົ້ນໂທດອອກມາຈາກເຮືອນຈຳໄດ້ພຽງ 8 ມື້ທໍ່ນັ້ນ ກ່ອນກັບມາກໍ່ຄະດີດັ່ງກ່າວ.
Powered by Blogger.