"ໂບໂກ ຮາຣາມ" ບຸກໂຈມຕີຄ້າຍທະຫານໄນຈີເລຍ ສັງຫານ 20 ຄົນ
ມີຜູ້ເສຍຊີວິດຢ່າງຫນ້ອຍ 20 ຄົນ ໄດ້ເສຍຊີວິດຫຼັງຈາກກຸ່ມ ໂບໂກ ຮາຣາມ ໄດ້ບຸກໂຈມຕີຄ້າຍທະຫານແລະໝູ່ບ້ານທີ່ຢູ່ໃກ້ຄຽງໃນເມືອງໄມດູກູຣິ ທາງພາກຕະວັນອອກສຽງເຫນືອຂອງໄນຈີເຣຍ
ສຳນັກງານລາຍງານຂ່າວຈາກເມືອງໄມດູກູຣິ ປະເທດໄນຈີເຣຍ. ໃນວັນທີ 3 ເມສາ, ກອງທັບໄນຈີເຣຍໄດ້ອອກຖະແຫຼງການເມື່ອວັນຈັນວ່າກຸ່ມ ໂບໂກຮາຣາມ ໄດ້ກໍ່ເຫດໂຈມຕີຄ້າຍທະຫານໃນເມືອງໄມດູກູຣີ ເຊິ່ງເປັນເມືອງຫຼັກແລະເມືອງໃຫຍ່ທີ່ສຸດຂອງລັດບໍໂນ. ຢູ່ພາກຕາເວັນອອກສຽງເຫນືອຂອງປະເທດ ໃນວັນຈັນ ມັນຍັງແຜ່ຂະຫຍາຍໄປໂຈມຕີຫມູ່ບ້ານໃກ້ຖານທັບອີກດ້ວຍ. ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 20 ຄົນ ແລະ ບາດເຈັບຫຼາຍກວ່າ 80 . ຢ່າງໃດກໍຕາມ ມີ 13 ຄົນໄດ້ຖືກຂ້າຕາຍໃນທີ່ເກີດເຫດດັ່ງກ່າວ ໃນນັ້ນ 7 ຄົນເປັນມືລະເບີດຂ້າໂຕຕາຍ. ສ່ວນທີ່ເຫລືອ 6 ຄົນຖືກເຈົ້າຫນ້າທີ່ວິສາມັນ.
ເຫດການດັ່ງກ່າວເກີດຂຶ້ນພຽງບໍ່ຈັກມື້ . ຫຼັງມືລະເບີດຂ້າໂຕຕາຍ 4 ຄົນ, ເປັນເດັກນ້ອຍເພດຍິງ 13-18 ປີ, ໄດ້ກໍ່ເຫດໂຈມຕີທີ່ເມືອງຊາວູຢາ ຢູ່ເຂດຊານເມືອງຂອງ ໄມດູກູຣີ ເຊິ່ງວ່າ ນີ້ແມ່ນການກໍ່ເຫດທີ່ຮ້າຍແຮງຄັ້ງທໍາອິດ. ນັບຕັ້ງແຕ່ລັດຖະບານຂອງປະທານາທິບໍດີ ມູຮຳມາດູ ບູຮາຣີ ໄດ້ປະກາດໃນອາທິດຜ່ານມາວ່າກໍາລັງພະຍາຍາມຫາທາງຈັດການເຈລະຈາການຢຸດຍິງກັບກຸ່ມໂບໂກ ຮາຣາມ ເຊິ່ງກໍ່ເຫດຮຸນແຮງຢູ່ພາກຕາເວັນອອກສຽງເໜືອຂອງໄນຈີເຣຍຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2009, ເພື່ອສະຖາປະນາລັດອິສລາມ. ມາຮອດປັດຈຸບັນ ມີຫຼາຍກວ່າ 20,000 ຄົນໄດ້ຖືກຂ້າຕາຍແລະປະຊາຊົນອີກບໍ່ຕ່ຳກວ່າກວ່າ 2 ລ້ານຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ.