ແຝດອ້າຍຊ໊ອກ! ແຝດນ້ອງແຂນຄໍຕາຍຢູ່ກາງເຮືອນ
ແຝດອ້າຍຊ໊ອກ! ເມຶ່ອເຫັນແຝດນ້ອງແຂນຄໍໂຕເອງຕາຍໃນເຮືອນທີ່ຈັງຫວັດເພັດຊະບູນ ຮ້ອງໂຮລົ້ມທັງຢືນ
ແຝດອ້າຍລົ້ມທັງຢືນ ຮ້ອງໄຫ້ເກືອບໃຈຊິຂາດ ເມື່ອເຫັນແຝດນ້ອງອາຍຸ 44 ປີ ໃຊ້ເຊືອກແຂກຄໍໂຕເອງຕິດກັບຂື່ໃນເຮືອນທີ່ ຕຳບົນທ້ານດົງ ອຳເພີວັງໂປ່ງ ຈັງຫວັດເພັດຊະບູນ ເສີຍຊິວິດ ເບື້ອງຕົ້ນຕຳຫຼວດແລະກູ້ໄພ ເຂົ້າກວດສອບບໍ່ພົບບາດແຜຖືກທຳຮ້າຍໃດໆ ສອບຖາມ ໝູ່ຜູ້ຕາຍທີ່ພົບສົບເປັນຄົນທຳອິດເລົ່າວ່າ ມື້ຄືນທີ່ຜ່ານມາຕົນເອງແລະກຸ່ມໝູ່ຍັງນັ່ງກີນເຫຼົ້າກັບຜູ້ຕາຍທີ່ບ້ານຫຼັງເກິດເຫດ ກ່ອນທີ່ຈະໄປກີນຕໍ່ທີ່ຮ້ານອາຫານແຫ່ງໜື່ງ ແລ້ວແຍກຍ້າຍກັນກັບບ້ານຈົນຮອດຕອນບ່າຍມື້ນີ້ຕົນໄດ້ໂທລະສັບໄປຫາຜູ້ຕາຍແຕ່ບໍ່ຮັບຈື່ງເຂົ້າມາຫາຢູ່ເຮືອນເຄາະປະຕູເອີ້ນຢູ່ດົນເຕີບບໍ່ມີໃຜຕອບ ຈື່ງຊ່ອງປ່ອງຢູ່ເຮືອນ ກໍ່ຕົກໃຈກັບພາບທີ່ເຫັນ ຂະນະທີ່ຍາດພີນ້ອງບອກວ່າ ຜູ້ຕາຍປ່ວຍເປັນໂລກຊຶມເສົ້າແລະມີບັນຫາທາງດ້ານຄອບຄົວ ທີ່ຜ່ານມາບໍ່ເຄີຍສະແດງທ່າທີ່ຄຽດຫລືນ້ອຍໃຈຫຍັງຈື່ງບໍ່ໄດ້ຄາດຄິດວ່າຈະຄິດສັ້ນແບບນີ້ຢ່າງໃດກໍ່ຕາມຍາດພີນ້ອງບໍ່ຂ້ອງໃຈກັບການຕາຍ ເຈົ້າໜ້າທີ່ຈື່ງມອບສົບໃຫ້ນຳໄປປະກອບພິທີທາງສາດສະໜາບ້ານເມືອງ