ໂຫດຮ້າຍ!!! ແກ໊ງຄ້າຢາແມັກຊິໂກລັກພາໂຕນັກສຶກສາ 3 ຄົນ ກ່ອນຂ້າຖິ້ມ-ລະລາຍສົບໃນນ້ຳກົດ


ການແມັກຊີໂກເຜີຍ ນັກສຶກສາວິຊາຮູບເງົາ 3 ຄົນ ເຊິ່ງຖືກແກ໊ງຄ້າຢາເສບຕິດລັກພາໂຕໄປຖືກຂ້າຕາຍແລ້ວ ແລະ ຮ່າງກາຍຂອງພວກເຂົາຖືກນຳໄປລະລາຍດ້ວຍນ້ຳກົດເພື່ອທຳລາຍຫຼັກຖານ

ສຳນັກງານຂ່າວຕ່າງປະເທດລາຍງານວ່າ ນັກສຶກສາ 3 ຄົນຊື່ວ່າ ຊາໂລມອນ ອາເຊເບສ ກັສເຕລຳ, ເຮຊຸສ ແດນນ້ຽວ ດິອັສ ແລະ ມາໂກ ອາບາລອສ ຖືກແກ໊ງຄ້າຢາເສບຕິດ “ຮາລິສໂກ ນິວ ເຈເນີເຣຊັ້ນ” ເຊິ່ງມີອິດທິພົນຫຼາຍໃນຣັດຮາລິສໂກ ຂອງແມັກຊີໂກ ລັກພາໂຕໄປເມື່ອ 19 ມີນາ ຈາກເມືອງໂຕນາລາ ໂດຍເຊື່ອວ່າ ຄົນຮ້າຍເຂົ້າໃຈຜິດວ່ານັກສຶກສາກຸ່ມນີ້ເປັນສະມາຊິກແກ໊ງຄູ່ສັດຕູ


 ລ່າສຸດທ້າວ ຣາອູນ ຊານເຊສ ຮິເມເນສ ໄອຍາການຣັດຮາລິສໂກ ຢືນຢັນໃນວັນທີ່ 23 ເມສາ ວ່ານັກສຶກສາທັງ 3 ຄົນຖືກສັງຫານແລ້ວ ຫຼັງຈາກຖືກທໍລະມານ ແລະ ມີຄວາມເປັນໄປໄດ້ສູງທີ່ຮ່າງກາຍຂອງພວກເຂົາຈະຖືກລະລາຍດ້ວຍນ້ຳກົດ ໂດຍພົບຮ່ອງຮອຍດີເອັນເອຂອງນັກສຶກສາທີ່ຫາຍໄປໃນຟາມແຫ່ງໜຶ່ງ

ນັບຕັ້ງແຕ່ຣັດຖະບານແມັກຊີໂກປະກາດສົງຄາມກັບອົງກອນອາດຊະຍາກຳເມື່ອທັນວາ 2002 ກໍ່ໄດ້ມີຜູ້ເສຍຊີວິດຈາກເຫດການຄວາມຮຸນແຮງໃນປະເທດແລ້ວຫຼາຍກວ່າ 200,000 ຄົນ ເຖິງວ່າທີ່ຜ່ານມາທະຫານແມັກຊີໂກຈະສາມາດທຳລາຍແກ໊ງຄ້າຢາເສບຕິດໄດ້ຫຼາຍກຸ່ມ ແຕ່ກໍ່ຍັງບໍ່ມີຂ່າວຄາວວ່າບັນຫາຄວາມຮຸນແຮງຈະລົດລົງເລີຍ
Powered by Blogger.