ເຊັ່ງເມັ້ງບໍ່ທຳມະດາ “ກົງເຕັກ2018”ເຖິງ ລຳໂບກິນີ ເທົ່າຂອງແທ້
ສຳນັກຂ່າວປະເທດຈີນລາຍງານວ່າ ເມື່ອກ້າວເຂົ້າສູ່ຊ່ວງຕົ້ນເດຶອນ ເມສາ ຂອງທຸກປີ ເປັນລະດູການຂອງການກາບໄຫ້ວທຳຄວາມເຄົາລົບເຫຼົ່າບັນພະບູຫຼຸດ ຂອງພີ່ນ້ອງເຊື້ອສາຍຊາວຈີນ ຫຼືທີ່ຮູ້ຈັກກັນໃນເທດສະການເຊັ່ງເມັ້ງ ລູກຫຼານຈະກັບໄປຢ້ຽມຢາມຍາດພີ່ນ້ອງ ທີ່ລ່ວງລັບໄປແລ້ວ ພ້ອມກັບເຮັດບຸນຄັ້ງໃຫຍ່ ເພື່ອສະແດງຄວາມນັບຖື ແລະ ລະລຶກເຖິງຢູ່ສະເໝີ
ໂດຍມີໜື່ງໄຮໄລ ທີ່ໂດດເດັ່ນຂື້ນຕາມຍຸກສະໄໝຂອງໂລກປະຈຸບັນ ຄົງເປັນ “ກົງເຕັກ” ນັບມື້ຍິ່ງໄດ້ຮັບການພັດທະນາ ກາຍເປັນວັດຖຸຈຳລອງຕ່າງໆທິ່ທັນສະໄໝຫຼາຍຂື້ນ ເຖິງຈະເປັນພຽງເຈ້ຍປະດິດໃຫ້ເປັນສິ່ງຕ່າງໆ ເພື່ອນຳໄປເຜົາອຸທິດໃຫ້ກັບຜູ້ທີ່ເສຍຊີວິດໄປແລ້ວ
ເວັບໄຊທ໌ຂ່າວຈາກປະເທດຈີນ ຈື່ງໄດ້ຮວບຮ່ວມສີສັນຈາກເທດສະການເຊັ່ງເມັ້ງໃນປີ 2018 ທີ່ພົບວ່າເຫຼົ່າກົງເຕັກທີ່ຖືກນຳມາແຊຣ໌ຜ່ານທາງໂຊຊ້ຽວມີເດຍໃນປີນີ້ ມີຮູບຮ່າງໜ້າຕາທີ່ແຕກຕ່າງ ແລະລ້ຳໜ້າໄປຍິ່ງກວ່າ ໂດຍກົງເຕັກໃນຍຸກນີ້ບໍ່ໄດ້ມີພຽງແຕ່ເສື້ອຜ້າ ເງິນທອງ ຫຼື ເຮືອນຈຳລອງອີກຕໍ່ໄປ
ໂດຍປະຈຸບັນກົງເຕັກໄດ້ຮັບການພັດທະນາມາເປັນ ຕຶກຄາລືຫາດ ຫ້າງຮ້ານຕ່າງໆ ແລະຂອງແບນເນມ ເຊັ່ນ: ຕັ່ງນວດໄຟຟ້າ ໂທລະສັບ ກ້ອງ ຫຼື ລົດຫຼູທີ່ມີຂະໜາດເທົ່າຂອງແທ້ເຊິ່ງທັ້ງໝົດນີ້ລ້ວນແຕ່ເປັນຄວາມເຊື່ອຂອງລູກຫຼານທີ່ຫວັງໃຫ້ບັນພະບູຫຼຸດ ທີ່ເສຍຊີວິດໄປແລ້ວນັ້ນໄດ້ຮັບແລະໃຊ້ສີ່ງຂອງດີໆ ຄືກັບລູກຫຼານນັ້ນເອງ